
ເຫຼົ່າຮົບປ້ອງກັນອາກາດ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ເວລາອອກຂ່າວ: 2025-02-07 15:01:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4589 | ຄວາມນິຍົມ:
ວັນທີ 7 ກຸມພາ 2025 ນີ້, ເຫຼົ່າຮົບປ້ອງກັນອາກາດ ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງພົນ, ກອງບັນຊາການທະຫານແຂວງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຫຼົ່າຮົບປ້ອງກັນອາກາດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ໃນປີ 2024 ຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ໃນນີ້, ບັນດາກົມກອງເຫຼົ່າຮົບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ໄດ້ເອົາໃຈໃສ່ກໍ່ສ້າງພະນັກງານທັງ 3 ຮຸ້ນ ໃຫ້ຮັບປະກັນຄຸນນະພາບສູງ, ເອົາໃຈໃສ່ຄຸ້ມຄອງພະນັກງານ, ສັບຊ້ອນມອບໝາຍໜ້າທີ່ຕາມສາຍວິຊາສະເພາະ ແລະ ຕາມລະດັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ, ໄດ້ສ້າງຖານຂໍ້ມູນເກັບກຳສະຖິຕິພະນັກງານຢ່າງເປັນລະບົບ, ເປີດຊຸດອົບຮົມ-ຫັດແອບປະຈໍາປີ ຢູ່ບັນດາກົມກອງເຫຼົ່າຮົບປ້ອງກັນອາກາດ ທັງກໍາລັງຫຼວງ ແລະ ທ້ອງຖິ່ນໃນທົ່ວປະເທດ, ເຂົ້າຮ່ວມການຊ້ອມຮົບປະສານເຫຼົ່າ ຢູ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ຮັບໝາກຜົນສູງ, ໄດ້ຈັດຕັ້ງ 1 ຈຸສູ້ຮົບລູກສອນແບກຫາບ ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣດ-2024" ຢູ່ ສ ຣັດເຊຍ, ສໍາເລັດການຈັດຕັ້ງປະກອບປືນປ້ອງກັນອາກາດ 57 ໃຫ້ກອງພັນໃຫຍ່ 641, 642, 643, 644, 645 ແລະ ຄະນະວິຊາຄູປ້ອງກັນອາກາດ ວິທະຍາຄານນາຍທະຫານບົກ ກົມມະດໍາ, ສໍາເລັດການປະກາດສ້າງຕັ້ງກອງພັນໃຫຍ່ ປ້ອງກັນອາກາດ 646 ຢ່າງເປັນທາງການ, ກະກຽມຍົກລະດັບກອງຮ້ອຍປ້ອງກັນອາກາດ ຂຶ້ນເປັນກອງພັນປ້ອງກັນອາກາດ ຢູ່ກອງພົນທີ 4, ກະກຽມປະກາດການສ້າງຕັ້ງກອງຮ້ອຍປ້ອງກັນອາກາດ ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ, ກະກຽມສ້າງຕັ້ງພະແນກ ແລະ ກອງຮ້ອຍປ້ອງກັນອາກາດ ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ, ອັດຕະປື ແລະ ບັນດາແຂວງທີ່ມີຄວາມພ້ອມ, ຈັດຕັ້ງກວດກາວຽກງານພັກ-ວຽກງານການເມືອງເປັນປົກກະຕິ, ກວດກາການຈັດຕັ້ງພັກທຸກຂັ້ນຢູ່ໃນກົມກອງ, ກວດກາດ້ານງົບປະມານລາຍຮັບ-ລາຍຈ່າຍ, ເງິນເດືອນ, ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າກິນ, ນໍ້າມັນເຊື້ອໄຟ, ຢາປິ່ນປົວພະຍາດ, ສາງຄັງ, ອຸປະກອນ, ພາຫະນະເຕັກນິກ ແລະ ໂຄງການກໍ່ສ້າງຕ່າງໆ ຂອງກົມກອງຖືກຕ້ອງຕາມຫຼັກການ ແລະ ສອດຄ່ອງກັບຄວາມເປັນຈິງ.
ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ໃຫ້ມີຄວາມໜັກແໜ້ນ ແລະ ມີປະສິດທິຜົນ ໂດຍໄດ້ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ, ກຳແໜ້ນແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊີ້ນໍາອົງການວິຊາສະເພາະຢ່າງໃກ້ສິດ ຕິດຕາມແກ້ໄຂຄະດີຕ່າງໆ ທີ່ເກີດຂຶ້ນພາຍໃນກົມກອງ, ແຕ່ງຕັ້ງຄະນະຮັບຜິດຊອບເພື່ອເກັບກຳສະພາບຮອບດ້ານ, ໜໍ່ແໜງທີ່ຈະກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ ພ້ອມນີ້, ກໍໄດ້ຜ່ານທິດທາງແຜນການ ແລະ ວຽກງານຈຸດສຸມ ປະຈໍາປີ 2025 ຂອງເຫຼົ່າຮົບປ້ອງກັນອາກາດ. ໃນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ ແລະ ຮັບຟັງຄໍາເຫັນໂອ້ລົມຈາກ ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕື່ມອີກ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ