
ຫັດແອບປະຕິບັດຕົວຈິງ ວິຊາຈັກກວດຕຶ້ນ ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງ
ເວລາອອກຂ່າວ: 2025-02-18 10:56:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1155 | ຄວາມນິຍົມ:
ໃນລະຫວ່າງວັນທີ 17-18 ກຸມພາ 2025 ນີ້, ສະຫາຍ ພັນຕີ ເຊົາດັດໂຕບ ອາເລັກຊັນເດຣີ ຢູຣິແຢວິດ ຜູູ້ຮັບຜິດຊອບວຽກງານອົບຮົມ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໄດ້ຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນ ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບ ປະຊາຊົນ ລາວ ຢູ່ເມືອງວຽງໄຊ ແຂວງຫົວພັນ.
ການຫັດແອບປະຕິບັດຕົວຈິງພາກສະໜາມ ວິຊາຈັກກວດຕຶ້ນຄັ້ງນີ້ ແນໃສ່ໃຫ້ນັກເຝິກອົບຮົມເຫຼົ່າຮົບຊ່າງແສງກອງທັບ ປະຊາຊົນລາວ ເຂົ້າໃຈທາງດ້ານທິດສະດີ, ຫຼັກການໃນການກະກຽມເຂົ້າສູ່ໜ້າວຽກ, ການນຳໃຊ້ອຸປະກອນເຄື່ອງມືທີ່ທັນສະໄໝ, ບາດກ້າວຂອງການກວດກູ້, ເຊິ່ງໄດ້ອະທິບາຍຕາມແຕ່ລະຂັ້ນຕອນໃຫ້ນັກເຝິກອົບຮົມເຂົ້າໃຈງ່າຍ, ທັງເປັນການຍົກລະດັບໃຫ້ນັກເຝິກອົບຮົມ ພະນັກງານ, ວິຊາການກວດກູ້ລະເບີດບໍ່ທັນແຕກກອງທັບປະຊາຊົນລາວ ກຳໄດ້ທາງດ້ານເນື້ອໃນ, ທິດສະດີ, ຫຼັກການ ມີຄວາມຮູ້ຄວາມສາມາດໃນລະດັບທີແນ່ນອນ ແລະ ກຽມພ້ອມເຮັດສໍາເລັດໜ້າການເມືອງທີ່ໄດ້ຮັບມອບໝາຍ.
ບັນດານັກເຝິກອົບຮົມແຕ່ລະສະຫາຍໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າ, ຫ້າວຫັນຕໍ່ການອົບຮົມຫັດແອບ, ກໍາແໜ້ນທາງດ້ານທິດສະດີ, ຫຼັກການ ມີຄວາມກະຕືລືລົ້ນຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ ແລະ ປະສົບການຈາກຄູເຝິກ ເພື່ອນຳໄປໝູນໃຊ້ຈັດຕັ້ງປະຕິບັດຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງໃຫ້ໄດ້ຮັບຜົນດີ.
ພາບ-ຂ່າວ: ອາໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ