
ໜ່ວຍພັກຫ້ອງການ ປກຊ-ປກສ ແຂວງສະຫວັນນະເຂດ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III
ເວລາອອກຂ່າວ: 2025-02-18 12:10:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 842 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ໜ່ວຍພັກຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2025 ນີ້, ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງ. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຮອງເລຂາຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ມີສະຫາຍ ພັນໂທ ທອງວັນ ບຸນດາວົງ ເລຂາໜ່ວຍພັກຫ້ອງການ ປກຊ-ປກສ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກຈັດຕັ້ງ, ກວດກາ, ພະນັກງານ, ປ້ອງກັນພາຍໃນ ຕະຫຼອດຮອດສະມາຊິກພັກສົມບູນ ເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານມະຕິຕົງລົງຄະນະພັກກອງບັນຊາການທະຫານແຂວງ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຂອງຄະນະໜ່ວຍພັກ, ພ້ອມມີການກ່າວເປີດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນວ່າ: ຄະນະໜ່ວຍພັກຫ້ອງການ ປກຊ-ປກສ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ໃນການນໍາພາ-ຊີ້ນໍາປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງ ແລະ ວຽກງານນະໂຍບາຍຕາມສິດ, ຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ກົມກອງຢ່າງຕໍ່ເນື່ອງ. ເຊິ່ງການຈັດຕັ້ງເຄື່ອນໄຫວວຽກງານການເມືອງພາຍໃນໜ່ວຍພັກຜ່ານມາ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກຢ່າງໜັກແໜ້ນ, ເພື່ອສ້າງໃຫ້ສະມາຊິກພັກມີຄວາມໜັກແໜ້ນທາງດ້ານແນວຄິດ, ເປັນແບບຢ່າງໃນການນໍາພາ-ຊີ້ນໍາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ກໍຄືໃນທົ່ວແຂວງຂອງສອງກໍາລັງໃຫ້ມີຜົນສໍາເລັດຕາມຂັ້ນເທິງມອບໝາຍ. ໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນສະໄໝທີ 2.
ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກເອົາຄະນະພັກຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາຜົນການປ່ອນບັດຄື: ຮັບຮອງເອົາ ສະຫາຍ ພັນໂທ ທອງວັນ ບຸນດາວົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ພູຂົງ ແກ້ວພິທູນ ເປັນຮອງເລຂາ, ສະຫາຍ ພັນໂທ ບຸນບອນ ຄໍາພູນ ເປັນປະທານກວດກາ, ສະຫາຍ ພັນຕີ ພອນໄຊ ແສງສົມບັດ ແລະ ສະຫາຍ ພັນຕີ ສີມົນ ແສນພູມີວົງ ເປັນຮອງ.
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ