
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-07-15 08:58:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:
ວັນທີ 12 ກໍລະກົດ 2019 ທີ່ ກົມພົວພັນຕ່າງປະເທດ, ສະຫາຍ
ພົນຕີ ປະສິດ ທ່ຽງທໍາ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ
ທັບປະຊາຊົນລາວ ໄດ້ໃຫ້ການ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ພົນຈັດຕະວາ
ຫວູແທ້ງວິງ ຮອງຫົວໜ້າອຳ
ນວຍການໂຮງຮຽນນາຍທະ ຫານບົກເລກ1 ກອງທັບປະຊາຊົນຫວຽດນາມພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຕີປະ
ສິດ ທ່ຽງທໍາ ໄດ້ສະແດງຄວາມຍິນ ດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາ
ຄາສູງຕໍ່ການມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບບັນ ດາວິທະຍາຄານກອງທັບປະຊາ ຊົນລາວ ເວົ້າລວມ, ເວົ້າສະເພາະ
ລະຫວ່າງສອງວິທະຍາຄານ ກົມມະດຳກອງທັບປະຊາຊົນ ລາວ ແລະ ໂຮງຮຽນນາຍທະ ຫານບົກເລກ 1 ກອງທັບປະຊາ
ຊົນຫວຽດນາມ ຍາມໃດກໍໄດ້ເອົາ
ໃຈໃສ່ໃນການຄົ້ນຄວ້າສິດສອນ ກໍ່່ສ້າງພະນັກງານໃນຕະຫຼອດ ໄລຍະຜ່ານມາເຫັນວ່າມີຜົນສຳ ເລັດເປັນຢ່າງດີ ແລະ ການມາ
ຢ້ຽມຢາມຂອງຄະນະຜູ້ແທນໂຮງ
ຮຽນນາຍທະຫານບົກເລກ 1 ກອງ
ທັບປະຊາຊົນຫວຽດນາມຄັ້ງນີ້ເປັນການເພີ່ມພູນຄູນສ້າງສາຍ
ພົວພັນມິດຕະພາບ ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບລາວ- ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ. ພ້ອມນີ້, ສະຫາຍ ພົນຕີ
ປະສິດ ທ່ຽງທຳ ຍັງໄດ້ຂອບໃຈ ຢ່າງຈິງໃຈຕໍ່່ກະຊວງປ້ອງກັນ ປະເທດຫວຽດນາມ ກໍຄືໂຮງ ຮຽນນາຍທະຫານບົກເລກ 1
ກອງທັບປະຊາຊົນຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກ
ງານ ແລະ ນາຍທະຫານກອງ ທັບປະຊາຊົນລາວຕະຫຼອດໄລ
ຍະຜ່ານມາເຮັດໃຫ້ບຸຄະກອນ ມີຄວາມຮູ້ຄວາມສາມາດຊໍານິ
ຊໍານານດ້ານວຽກງານວິຊາສະ
ເພາະ ແລະ ເຮັດສຳເລັດໜ້າທີ່ ການຈັດຕັ້ງມອບໝາຍໃຫ້ເປັນ ຢ່າງດີ.
ສະຫາຍ ພົນຈັດຕະວາ ຫວູແທ້ງ
ວິງ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນຂອງ
ສະຫາຍຮອງຫົວໜ້າກົມໃຫຍ່ເສ
ນາທິການກອງທັບປະຊາຊົນ
ລາວ ແລະ ລາຍງານຜົນການ ເຄື່ອນໄຫວເຮັດວຽກຮ່ວມກັບບັນ
ດາວິທະຍາຄານກອງທັບປະຊາ ຊົນລາວ ແລະ ກອງບັນຊາການທະ
ຫານນະຄອນຫຼວງວຽງຈັນຕາມ ແຜນການຮ່ວມມືຂອງສອງກະ
ຊວງປ້ອງກັນປະເທດຫວຽດນາມ-ລາວ ເຊິ່ງໄດ້ຮັບຜົນສໍາເລັດເປັນ ເປັນຢ່າງດີ. ພ້ອມດຽວກັນນີ້ຍັງ
ໄດ້ລາຍງານໜ້າທີ່ພາລະບົດບາດ
ຂອງໂຮງຮຽນນາຍທະຫານບົກ
ເລກ1 ກອງທັບປະຊາຊົນຫວຽດ ນາມ ແລະ ຊົມເຊີຍຕໍ່ພະນັກງານ ນັກຮົບກອງທັບປະຊາຊົນລາວ ທີ່
ໄດ້ສຳເລັດການສຶກສາທີ່ໂຮງ ຮຽນດັ່ງກ່າວ ເຊິ່ງສະແດງໃຫ້ ເຫັນເຖິງຄວາມເອົາໃຈໃສ່ໃນ ການຮໍ່າຮຽນຈົນໄດ້ຮັບຜົນສຳ ເລັດ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 10 ກໍລະກົດ 2019 ນີ້, ຄະນະຜູ້ແທນໂຮງຮຽນນາຍທະ ຫານບົກເລກ 1 ກອງທັບປະຊາ ຊົນຫວຽດນາມ ຍັງໄດ້ໄປຢ້ຽມ ຢາມວິທະຍາຄານກົມມະດຳ, ເຊິ່ງໃຫ້ການຕ້ອນຮັບໂດຍສະ ຫາຍ ພົນຈັດຕະວາ ບຸນຈັນ ລາດ ສະວົງ ກຳມະການຄະນະພັກກະ ຊວງ ຫົວໜ້າການທະຫານ ວກ ພ້ອມດ້ວຍຄະນະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ