ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ໂຮງຮຽນ 303 ອັດຊຸດອົບຮົມກໍ່ສ້າງນາຍສິບເຫຼົ່າຮົບຕີພິເສດ ຊຸດທີ 28
ເວລາອອກຂ່າວ: 2019-07-17 08:48:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:



ໃນວັນທີ 9 ກໍລະກົດ ນີ້, ໂຮງ ຮຽນ 303 ໄດ້ຈັດຕັ້ງພິທີອັດຊຸດ ອົບຮົມ-ຫັດແອບກໍ່ສ້າງນາຍສິບ ເຫຼົ່າຮົບຕີພິເສດ ຊຸດທີ 28 ລົງ ໂດຍພາຍໃຕ້ການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພັນເອກ ອຸດອນ ອ້ວນສັກດາ ຮອງຫົວ ໜ້າກົມ 49, ມີຄະນະພັກ-ຄະນະ ບັນຊາ, ພະນັກງານຄູ-ອາຈານ ແລະ ແຂກທີ່ຖືກເຊີນຈາກກົມ ກອງອ້ອມຂ້າງ, ມີນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແສງ ແກ້ວ ດວງດີ ຫົວໜ້າການທະຫານໂຮງ ຮຽນ 303 ໄດ້ຂຶ້ນສະຫຼຸບລາຍງານ ການຈັດຕັ້ງປະຕິບັດໂຄງການອົບ ຮົມນາຍສິບເຫຼົ່າຮົບຕີພິເສດຊຸດທີ 28 ໃນສົກ 2018-2019 ໃຫ້ຮູ້ ວ່າ: ຊຸດອົບຮົມຊຸດນີ້ແມ່ນໄດ້ດຳ ເນີນມາເປັນເວລາ 10 ເດືອນ ເຊິ່ງ ໃນນັ້ນມີນັກຮຽນທັງໝົດ 210 ສະຫາຍ, ໃນໄລຍະການອົບຮົມ- ຫັດແອບຄູ-ອາຈານແມ່ນໄດ້ ຍົກສູງຄວາມຮັບຜິດຊອບຂອງ ຕົນໃນການສິດສອນສົ່ງຄວາມ ຮູ້ໃຫ້ແກ່ນັກຮຽນກໍຄືການ ເອົາໃຈໃສ່ປະຕິບັດໃຫ້ຖືກຕາມ ໂຄງການຫຼັກສູດທີ່ກົມໂຮງຮຽນ ກໍຄືກົມໃຫຍ່ເສນາທິການກອງ ທັບວາງອອກ. ເຮັດໃຫ້ການອົບ ຮົມ-ຫັດແອບດັ່ງກ່າວໄດ້ຮັບຜົນ ສຳເລັດຕາມຄາດໝາຍ ເຊິ່ງສະ ແດງໃຫ້ເຫັນໃນການສອບເສັງ ພາກປະຕິບັດຕົວຈິງ, ພາກວິຊາ ການເມືອງບັນລຸ 97%, ພາກ ວິຊາລວມ 99%, ພາກວິຊາສິ ລະປະຍຸດ 99%, ພາກວິຊາຍຸດ ທະວິທີ 98% ຈາກນັ້ນໃນພິທີ ກໍໄດ້ມອບໃບຢັ້ງຢືນການອົບຮົມ ໃຫ້ນັກຮຽນຊຸດທີ 28 ຢ່າງເປັນ ທາງການ. ໃນໂອກາດເຂົ້າຮ່ວມພິທີດັ່ງ ກ່າວ ສະຫາຍ ພັນເອກ ອຸດອນ ອ້ວນສັກດາ ໄດ້ໃຫ້ການໂອ້ລົມ ຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ-ຄະນະບັນຊາທີ່ໄດ້ພ້ອມກັນ ຍົກສູງຄວາມຮັບຜິດຊອບເຮັດໃຫ້ ຊຸດອົບຮົມ-ຫັດແອບໃນຄັ້ງນີ້ ສຳເລັດຕາມແຜນການ ພ້ອມທັງ ຮຽກຮ້ອງໃຫ້ນັກຮຽນທຸກສະ ຫາຍ ຈົ່ງພ້ອມກັນເພີ່ມທະວີຄວາມ ສາມັກຄີເປັນປຶກແຜ່ນເຊື່ອໝັ້ນ ຕໍ່ການນຳພາຂອງພັກກຳໄດ້ທິດ ສະດີຫຼັກການ ແລະ ນຳເອົາບົດ ຮຽນທີ່ໄດ້ຮຳ່ຮຽນມາໄປໝູນໃຊ້ ເພື່ອປະກອບສ່ວນເຂົ້າໃນການ ປະຕິບັດໜ້າທີ່ຢູ່ກົມກອງໃຫ້ປະ ສົບຜົນສຳເລັດສູງ, ສືບຕໍ່ພັດທະ ນາຕົນເອງໃຫ້ກາຍເປັນພະນັກ ງານສືບທອດທີ່ດີ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະ ນາກົມກອງຂອງຕົນໃຫ້ເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ