ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ
ເວລາອອກຂ່າວ: 2019-07-17 08:52:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239839775 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019, ທີ່ກະຊວງການ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ, ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຢູນ ຊູນ ກູ (Yoon Soon Gu), ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດເກົາຫຼີ, ໃນໂອກາດທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ, ໃນລະຫວ່າງ ວັນທີ 15-17 ກໍລະກົດ 2019. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ທ່ານ ຢູນ ຊູນ ກູ, ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືລະຫວ່າງສອງປະ ເທດໃຫ້ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນເລື້ອຍໆ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຕະຫຼອດ ໄລຍະຜ່ານມາ ນັບຕັ້ງແຕ່ສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ ໄດ້ມີ ບາດກ້າວຂະຫຍາຍຕົວຢ່າງຕໍ່ ເນື່ອງ, ເຊິ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມ ເຊິ່ງ ກັນ ແລະ ກັນ ໃນຫຼາຍລະດັບ ຢ່າງເປັນປົກກະຕິ. ພ້ອມນີ້, ຍັງ ສະແດງຄວາມຂອບໃຈຢ່າງຈິງ ໃຈມາຍັງລັດຖະບານ ແລະ ປະ ຊາຊົນ ສ ເກົາຫຼີ ທີ່ໄດ້ໃຫ້ການສະ ໜັບສະໜູນ ສປປ ລາວ ຕະຫຼອດ ມາ, ໂດຍສະເພາະແມ່ນ ທາງດ້ານ ການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ແລະ ເອົາໃຈ ໃສ່ໃຫ້ການຊ່ວຍເຫຼືອບັນເທົາທຸກ ທາງດ້ານວິຊາການ, ວັດຖຸ ແລະ ຊັບສິນໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍ ໃນໄລຍະທີ່ປະຊາຊົນລາວ ໄດ້ ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດ ຢູ່ ແຂວງອັດຕະປື ໃນເດືອນກໍລະກົດ 2018 ຜ່ານມາ, ພ້ອມທັງຊ່ວຍຟື້ນຟູສະພາບໃຫ້ ຄືນສູ່ປົກກະຕິ ແລະ ຫວັງວ່າ ສ ເກົາຫຼີ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຂດທີ່ໄດ້ຮັບ ຜົນກະທົບດັ່ງກ່າວໃຫ້ກາຍເປັນ ເຂດພັດທະນາ ແລະ ສືບຕໍ່ໂຄງ ການຮ່ວມມືສອງຝ່າຍ ແລະ ຫຼາຍ ຝ່າຍໃຫ້ສາມາດນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນລາວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບ ດີຂຶ້ນເປັນກ້າວໆ. ພ້ອມທັງອວຍ ພອນໃຫ້ ທ່ານຮອງລັດຖະມົນຕີ ຢູນ ຊູນ ກູ ຈົ່ງປະສົບຜົນສຳເລັດໃນການປະຕິບັດພາລະກິດ ໃນຄັ້ງ ນີ້ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ. ໂອກາດນີ້, ທ່ານຮອງລັດຖະມົນ ຕີ ຢູນ ຊູນ ກູ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງລັດ ຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມ ທັງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຈະສືບຕໍ່ຮັດແໜ້ນການພົວພັນ ຮ່ວມມືລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ. ໃນວັນດຽວກັນນີ້ ຢູ່ທີ່ສຳນັກ ງານນາຍົກລັດຖະມົນຕີ ທ່ານ ອາລຸນແກ້ວ ກິດຕິຄຸນ ກໍໄດ້ໃຫ້ ການຕ້ອນຮັບ ທ່ານຮອງນາຍົກ ລັດຖະມົນຕີກະຊວງການຕ່າງ ປະເທດ ສາທາລະນະລັດ ເກົາຫຼີ ເຂົ້າຢ້ຽມຂໍ່ານັບເຊັ່ນດຽວກັນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ