ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມນາຍ ແລະ ພົນທະຫານ ເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-04-21 10:13:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1027 | ຄວາມນິຍົມ:



ວັນທີ 17 ເມສາ 2025 ນີ້, ຢູ່ທີ່ ກອງພັນໃຫຍ່ 11, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມ ນາຍ ແລະ ພົນທະຫານ ເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ, ມີຄະນະນໍາກົມໃຫຍ່, ກົມ, ຄະນະພັກ-ຄະນະບັນຊາ ເເລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ສະຫາຍ ພັນໂທ ໂພທະເລ ທຳມະວົງສາ ຮອງຫົວໜ້າພະເເນກເສນາທິການ ກອງພັນໃຫຍ່ 11 ໄດ້ຜ່ານຂໍ້ກຳນົດ, ກົດລະບຽບ ກ່ຽວກັບການເຂົ້າຮ່ວມພິທີສວນສະໜາມ ໃຫ້ຄະນະ ເເລະ ຜູ້ທີ່ໄດ້ເຂົ້າຮ່ວມການສວນສະໜາມໄດ້ຮັບຊາບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ໂອ້ລົມ ເເລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເຊິ່ງໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ມາຍັງ ຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳ, ຄະນະຮັບຜິດຊອບເເຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ໃນການຊີ້ນຳຈັດຕັ້ງຫັດເເອບສວນສະໜາມໃຫ້ເເກ່ນາຍ ເເລະ ພົນທະຫານ ໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມໃຫ້ເເກ່ການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນໂຮ່ຈີມິນ ພ້ອມທັງ, ຮຽກຮ້ອງໃຫ້ເເຕ່ລະສະຫາຍ ຕ້ອງຍົກສູງຕໍ່ໜ້າທີ່ການເມືອງຂອງຕົນຢ່າງໜັກເເໜ້ນ, ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກຢ່າງເຂັ້ມງວດ, ມີສະຕິລະວັງຕົວ, ມີພິບໄຫວໃນການປະຕິບັດໜ້າທີ່ວຽກງານ, ຮູ້ຈຳເເນກມິດ ເເລະ ສັດຕູ ໄດ້ຢ່າງຈະເເຈ້ງ, ປະຕິບັດຂໍ້ກຳນົດ, ກົດລະບຽບ ກໍຄືການນຸ່ງຖືເຄື່ອງເເບບ ຂອງນາຍ ເເລະ ພົນທະຫານ, ເປັນເຈົ້າການຕ້ານ ເເລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນທຸກກໍລະນີ, ມີການຕຳນິສົ່ງຂ່າວເຊິ່ງກັນ ເເລະ ກັນ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກເເຜນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ເເລະ ຮັບປະກັນຄວາມປອດໄພໄດ້ 100%. ໂດຍ: ວິລັດ ມົນດວງສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ