ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ເມືອງຫົງສາ ຈັດພິທີບາສີສູ່ຂວັນ ຕ້ອນຮັບປີໃໝ່ລາວ ພສ 2568
ເວລາອອກຂ່າວ: 2025-04-21 11:24:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 802 | ຄວາມນິຍົມ:



ວັນທີ 18 ເມສາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີບາສີສູ່ຂວັນ ຕ້ອນຮັບປີໃໝ່ລາວ ພສ 2568 ຢູ່ທີ່ ຜາມໄຊທ່າຊ່ວງເຮືອຂອງເມືອງ ໂດຍມີທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ເມືອງຫົງສາ, ມີທ່ານ ຄຳຫຼ້າ ຜີວວັນນາ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ຄະທາຍຸດ ຊູພຸນ ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີການນຳຂອງເມືອງ, ພະນັກງານອາວຸໂສບຳນານ, ບໍລິສັດ, ລັດວິສາຫະກິດ, ອົງການປົກຄອງບ້ານເທສະບານ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ປະຊາຊົນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ພອນສະຫວັນ ໄຊສົມພັນ ໄດ້ສະຫຼຸບຫຍໍ້ຜົນງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງເມືອງໃນໄລຍະຜ່ານມາ ພ້ອມທັງ, ກ່າວອວຍພອນໄຊ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ພສ 2568 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ. ສະນັ້ນ, ໃນໂອກາດນີ້ ອວຍພອນອັນປະເສີດມາຍັງບັນດາທ່ານອະດີດການນໍາຂອງເມືອງ, ພະນັກງານອາວຸໂສບໍານານ, ເຖົ້າແກ່ຜູ້ຊົງຄຸນວຸດທິ, ພະນັກງານ, ທະຫານ, ຕຳຫຼວດ, ບໍລິສັດ, ລັດວິສາຫະກິດ, ການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ສຸກກາຍສຸກໃຈ, ມີໂຊກມີໄຊຕະຫຼອດໄປ, ພ້ອມກັນອຸທິເຫື່ອແຮງສະຕິປັນຍາເຂົ້າໃນການສ້າງສາພັດທະນາເມືອງຫົງສາ ໃຫ້ກ້າວໜ້າຂຶ້ນເລື້ອຍໆ. ຫຼັງຈາກນັ້ນ ໄດ້ມີພິທີການບາສີສູ່ຂວັນ ຮັບພອນປີໃໝ່, ຫົດສົງນໍ້າໃຫ້ພອນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຕາມຮີດຄອງປະເພນີລາວທີ່ເຄີຍປະຕິບັດກັນມາ. ນອກນັ້ນ, ຍັງໄດ້ຈັດກິດຈະກຳການແຂ່ງຂັນພາຍເຮືອອ່າງ ຜົນການແຂ່ງຂັນ ອັນດັບທີ I ບ້ານຈອມແຈ້ງ ໄດ້ຮັບເງິນລາງວັນ 1 ລ້ານກີບ, ອັນດັບທີ II ບ້ານນາປຸ່ງ ໄດ້ຮັບເງິນລາງວັນ 8 ແສນກີບ ແລະ ອັນດັບທີ III ກຸ່ມວັດທະນະທຳ-ສັງຄົມ ໄດ້ຮັບເງິນລາງວັນ 5 ແສນກີບ. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ