ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ມອບ-ຮັບ ໜ້າທີ່ ຫົວໜ້າກົມສູ້ຮົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2025-04-21 15:56:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 991 | ຄວາມນິຍົມ:



ວັນທີ 21 ເມສາ 2025 ນີ້, ຢູ່ທີ່ສະໂມສອນ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ (ຜູ້ໃໝ່) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນໍາພາ-ຊີ້ນໍາບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນໄລຍະຜ່ານມາ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍຫຼາຍຮູບການ ຫຼາຍລະດັບແຕກຕ່າງກັນ ເຂົ້າໃນແຕ່ລະເປົ້າໝາຍຖັນແຖວພະນັກງານ-ນັກຮົບ ໂດຍໄດ້ນໍາເອົາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍ ຂອງພັກ-ລັດ ກໍຄືເອກະສານຕ່າງໆ ທີ່ມີການພົວພັນເຖິງຂົງເຂດຄວາມຮັບຜິດຊອບ ແລະ ເປັນບ່ອນອີງອັນແໜ້ນແກ່ນໃຫ້ແກ່ການຈັດຕັ້ງຄົ້ນຄວ້າແຜນງານ, ເຊື່ອມຊຶມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ປັບປຸງລະບຽບການ ແລະ ແບບແຜນວິທີເຮັດວຽກ ໃນການຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບທົ່ວປະເທດ, ປັບປຸງເນື້ອໃນນິຕິກໍາຕ່າງໆ ກ່ຽວກັບວຽກງານແຜນຍຸດທະສາດ, ບັນດາໂຄງການພັດທະນາລຽບຕາມຊາຍແດນ, ໂຄງການກຸ່ມບ້ານພັດທະນາ, ຊີ້ນໍາບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ປ້ອງກັນທີ່ຕັ້ງສໍານັກງານອົງການ, ກອງປະຊຸມໃຫຍ່ຕ່າງໆ, ງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ແຂກພາຍໃນແລະ ຕ່າງປະເທດ. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ຜູ້ເກົ່າ ແລະ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ຜູ້ໃໝ່ ຢ່າງເປັນທາງການ. ໃນພິທີ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນ ເລຂາໜ່ວຍພັກ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນນີ້, ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ເປັນເລຂາໜ່ວຍພັກ ປ່ຽນແທນ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ. ພ້ອມນີ້, ຍັງໄດ້ຜ່ານ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ ໃນນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ພັນຕີ ໄມພິມ ທິບບົວທອງ ເປັນຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ ຫ້ອງການ ກົມໃຫຍ່ເສນາທິການກອງທັບ, ພັນຕີ ສົມພອນ ໂດຍສີປະເສີດ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ກອງກິລາກອງທັບ, ພັນຕີ ໂກວັນ ນາມທະວິໄຊ ເປັນຮອງຫົວໜ້າພະແນກອົບຮົມ ກອງກິລາກອງທັບ, ພັນໂທ ນາງ ວັນເພັງ ໂຄດຂຸນຕາ ເປັນຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກໃຕ້ ສູນ 986, ພັນໂທ ແອງຄໍາ ແພງສອນ ເປັນຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກພັກ-ລັດ ສູນ 986, ພັນໂທ ນາງ ລອນຄໍາ ທ່ຽງທໍາ ເປັນຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກເໜືອ ສູນ 986, ພັນໂທ ແສງເພັດ ບົວລະພອນ ເປັນຮອງຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກເໜືອ ສູນ 986, ພັນໂທ ໄມຕາ ຜິວທອງລາ ເປັນຮອງຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກກາງ ສູນ 986, ພັນຕີ ສຸພາໄຊ ແສງອາພອນ ເປັນຮອງຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກໃຕ້ ສູນ 986 ແລະ ພັນຕີ ຄໍາຜິວ ວົງວິໄລພອນ ເປັນຮອງຫົວໜ້າພະແນກເຂົ້າ-ແກ້ລະຫັດ ພາກພັກ-ລັດ ສູນ 986. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມ ຕໍ່ການ ມອບ-ຮັບ ໜ້າທີ່ ເຊິ່ງເປັນກົດເກນພາວະວິໄສ ແລະ ແມ່ນການປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ທີ່ມີຕໍ່ພະນັກງານ-ນາຍທະຫານຂັ້ນສູງ ເມື່ອຮອດເວລາອາຍຸກະສຽນ ຕ້ອງໄດ້ພັກຜ່ອນເຂົ້າຮັບການອຸດໜູນບໍານານ ຕາມກົດໝາຍ ຂອງນາຍທະຫານ ກອງທັບປະຊາຊົນລາວ ແລະ ໄດ້ຕີລາຄາສູງສະແດງຄວາມຍ້ອງຊົມເຊີຍຕໍ່ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ຈົນເຮັດສໍາເລັດໜ້າທີ່. ພ້ອມທັງ, ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຊີດຊູ, ຍົກສູງພາລະບົດບາດການນໍາພາ-ຊີ້ນໍາຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍ, ເປັນແບບຢ່າງໃຫ້ພະນັກງານຂັ້ນລຸ່ມຢ່າງຮອບດ້ານ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານໃຫ້ໜັກແໜ້ນ ແລະ ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ເປັນເຈົ້າການນໍາພາ-ຊີ້ນໍາໃຫ້ແທດເຖິງຕົວຈິງ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ, ເຮັດວຽກຢ່າງມີຫຼັກການວິທະຍາສາດ ມີແບບແຜນ ແລະ ທັນສະໄໝ ເພື່ອພ້ອມເຮັດສໍາເລັດໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ອາຫວຸ້ນ ອິນຫຼວງເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ