
ປະກາດການແຕ່ງຕັ້ງຮອງເລຂາ, ກຳມະການໜ່ວຍພັກ ພະແນກແຜນການສັງລວມ ກອງຍິງປືນ 199
ເວລາອອກຂ່າວ: 2025-05-15 09:31:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3516 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງຮອງເລຂາ, ກຳມະການໜ່ວຍພັກ ພະແນກແຜນການສັງລວມ ແລະ ແຕ່ງຕັ້ງຫົວໜ້າຂະແໜງການ, ກອງຮ້ອຍ ຂອງກອງຍິງປືນ 199 ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າກົມອົບຮົມ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະແນກການ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສະໄຫວທອງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນ, ຮອງ
ເລຂາໜ່ວຍພັກ ພະແນກແຜນການສັງລວມ ຂຶ້ນກັບ ຄະນະພັກຮາກຖານ ກອງຍິງປືນ 199, ໃນນີ້, ຄະນະພັກ ກົມໃຫຍ່ເສນາທິການກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ໄຊຍະສອນ ບຸດນິນໄຊ ເປັນຮອງເລຂາໜ່ວຍພັກ ປ່ຽນແທນ ສະຫາຍ ພັນຕີ ສີພາວັນ ແກ້ວຈັນ ຮອງເລຂາ (ຜູ້ເກົ່າ) ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ພະແນກພະລາ, ແຕ່ງຕັ້ງ ສະຫາຍ ພັນຕີ ອຳມາລາ
ອິນທະນາມ ເປັນກຳມະການໂຄສະນາໜ່ວຍພັກ ປ່ຽນແທນ ສະຫາຍ ພັນໂທ ຈັນເພັງ ວົງວິໄລ ກຳມະການ (ຜູ້ເກົ່າ) ພັກການຮັບບຳນານ, ໃນພິທີ ຍັງໄດ້ແຕ່ງ
ຕັ້ງ ສະຫາຍ ພັນຕີ ບຸນຍົງ ໄຊຍະເພັດ ເປັນຫົວໜ້າຂະແໜງເສນາຮັກ, ສະຫາຍ ຮ້ອຍເອກ ບຸນນ້ອຍ ອິນທິສານ ເປັນຫົວໜ້າຂະແໜງຊາວໜຸ່ມ, ສະຫາຍ ຮ້ອຍເອກ ຟອງສະມຸດ ຍົມທິລາດ ເປັນຫົວໜ້າການທະຫານ ແລະ
ສະຫາຍ ຮ້ອຍໂທ ດາວົງ ແພງມຸກ ເປັນຮອງຫົວໜ້າການທະຫານ ກອງຮ້ອຍນັກກິລາ ຕື່ມອີກ.
ໂດຍ: ນາງ ບົວໄວ ວັນນະສົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ