ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ສຸມ​ໃສ່​ບຳລຸງ​ສ້າງ​ນາຍ​ທະຫານ ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ນະໂຍບາຍ
ເວລາອອກຂ່າວ: 2025-05-15 09:33:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3668 | ຄວາມນິຍົມ:



ສະຫາຍ ພັນ​ໂທ ສຸກ ອິນ​ທະ​ມູນ ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ສ້າງ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໃຫ້​ຮູ້​ວ່າ: ການ​ບຳລຸງ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ ຊຸດ​ທີ XV ແລະ ບຳລຸງ​ວຽກ​ງານ ນະໂຍບາຍ ໃນ​ກອງທັບ ຊຸດທີ I ສົກຮຽນ 2024-2025 ຢູ່​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ມີ​ຈຸດປະສົງ ເພື່ອ​ແນໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດໃຫ້​ແກ່​ພະນັກງານນຳ ພາ-ບັນຊາ ຢູ່ໃນ​ຖັນ​ແຖວກອງ ທັບ ໂດຍ​ສະເພາະ​ແມ່ນ​ພະນັກ ງານ​ທີ່​ເປັນ​ເສນາ​ທິ​ການ​ດ້ານ​ວິຊາ​ສະເພາະ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ ແລະ ວຽກ​ງານ​ນະ ໂຍບາຍໃນ​ກອງທັບ ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮູ້ທາງ​ດ້ານ​ທິດ​ສະ​ດີຫຼັກ ການ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ ແລະ ວຽກ​ງານ​ນະໂຍ ບາຍຢ່າງ​ເປັນ​ລະບົບ ແລະ ມີ​ຄວາມ​ສາມາດ​ໃນ​ການຈັດຕັ້ງ​ປະຕິບັດ​ຢູ່​ແຕ່​ລະ​ອົງການ, ກົມ​ກອງ ແລະ ທ້ອງຖິ່ນ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ຖືກຕ້ອງ​ກັບ​ທິດ​ຊີ້​ນຳຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ບຳລຸງ​ໃຫ້ພະ ນັກງານ​ວິຊາ​ສະເພາະຕ້ອງກຳ ​ແໜ້ນ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກ ການ, ເພື່ອ​ເປັນ​ພື້ນຖານໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ຕົວ​ຈິງ ຢູ່​ບັນດາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ໃນ​ທົ່ວ​ປະເທດ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ສູງ. ເຊິ່ງ​ຊຸດ​ບຳລຸງ​ວຽກ​ງານ​ກໍ່ ສ້າງຮາກ​ຖານ ແລະ ວຽກ​ງານ​ ​ນະໂຍບາຍ​ໃນ​ກອງທັບ ໄລຍະ 3 ເດືອນ ມີ​ຈຳນວນ​ພົນ​ທັງ​ໝົດ 60 ສະຫາຍ, ທີ່​ມາ​ຈາກ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, ເປັນ​ພະນັກງານ​ນຳພາ-ບັນຊາ​ ຂັ້ນຫົວໜ້າ​ພະ​ແນກ, ຮອງ​ຫົວໜ້າ​ພະ​ແນກ, ຫົວໜ້າ​ຂະແໜງ, ຊ່ວຍ​ວຽກພະ​ ແນກ ແລະ ຊ່ວຍ​ຂະແໜງຢູ່ໃນ ​ບັນດາ​ກົມ​ກອງ​ໃນ​ກອງທັບ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ທັງ​ສອງ​ລະບົບ ຄື: ຄະແນນ​ເກຣດ A ກວມ​ເອົາ 5%, ຄະແນນ​ເກຣດ B+ ກວມ​ເອົາ 90% ແລະ ຄະແນນ​ເກຣດ B ກວມ​ເອົາ 5%. ສະຫາຍ ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ ສ້າງຍັງ​ກ່າວ​ຕື່ມ​ອີ​ກວ່າ: ຜົນສຳ ເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ​ ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຈາກ​ຄະນະ​ພັກ​ກົມ​ໃຫຍ່​ການ​ເມືອງ​​​ກອງທັບ, ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ຄູ-ອາຈານ ແລະ ນັກ​ເຝິກອົບຮົມ​ທຸກ​ສະຫາຍ​ທີ່​ໄດ້​ ພ້ອມ​ກັນ​ຕັ້ງໜ້າສຶກ​ສາ​ຮໍ່າຮຽນສາມາດ​ໄດ້​ຜົນສຳເລັດ​ຢ່າງ​ຈົບງາມ. ເຊິ່ງ​ມັນ​ສະແດງ​ເຖິງ​ຄວາມ​ເປັນ​ເຈົ້າ​ການ, ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ, ບັນຊາ, ຖ່າຍ​ທອດ​ຄວາມ​ຮູ້, ຄວາມ​ສາມາດ​ຕ່າງໆຂອງ​ ຄູ-ອາຈານ ແລະ ນັກ​ເຝິກອົບຮົມ​ທີ່​ຕັ້ງໜ້າເອົາໃຈ ໃສ່​ຄົ້ນ​ຄວ້​​າ​ຮໍ່າຮຽນ ເຮັດ​ໃຫ້​ບັ້ນ​ເຝິກ​ອົບຮົມ​ມີ​ຜົນສຳເລັດ​ສູງ ແລະ ໃຫ້​ນັກ​ເຝິກອົບຮົມ​ທັງ​ສອງ​ລະບົບ ຈົ່ງ​ເອົາໃຈໃສ່​ໃນ​ການ​ເຝິກຝົນຫຼໍ່​ຫຼອມ​ຕົນ​ເອງ​ຮອບດ້ານ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່, ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ​ໃນ​ທຸກ​ດ້ານ, ເປັນ​ແບບຢ່າງ​ທີ່​ດີ​ໃນ​ການ​ປະຕິບັດ​ລະບຽບ​ວິໄນ​ຂອງ​ກອງທັບ ກໍ​ຄື ​ຂອງ​ກົມ​ກອງ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ, ນຳ​ເອົາ​ບົດຮຽນ​ຕ່າງໆ ທີ່​ໄດ້​ຮໍ່າຮຽນ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ ວິຊາ​ສະເພາະ, ມີ​ແບບແຜນ​ວິທີ​ເຮັດ​ວຽກ ກໍ​ຄື​ ແບບແຜນ​ດຳລົງ​ຊີວິດ​ໃຫ້​ມີ​ການ​ພັດທະນາ​ດີ​ຂຶ້ນ ເພື່ອ​ປະກອບສ່ວນ​ສ້າງ​ກອງທັບ ກໍ​ຄື​ ກົມ​ກອງ​ທ້ອງຖິ່ນ​ໃຫ້ມີ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ