ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກົມເຕັກນິກເຫຼົ່າຮົບ ມອບຄອມພິວເຕີ ແລະ ຊຸດທົດລອງ ໃຫ້ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2025-05-15 10:38:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3428 | ຄວາມນິຍົມ:



ພິທີ ມອບ-ຮັບ ຄອມພິວເຕີ ແລະ ຊຸດທົດລອງ ລະຫວ່າງ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ແລະ ວິທະຍາຄານເຕັກນິກການທະຫານ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ນີ້, ຢູ່ທີ່ ຫ້ອງປະຊຸມ ຂອງວິທະຍາຄານເຕັກນິກການທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ,ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ, ມີສະຫາຍ ພັນເອກ ດາວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະແນກການ ຕະຫຼອດຮອດພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ ຄອມພິວເຕີ ຈຳນວນ 30 ຊຸດ ແລະ ຊຸດທົດລອງ ຈຳນວນ 30 ຊຸດ ມູນຄ່າ 322.770.000 ກີບ ເຊິ່ງຕາງໜ້າມອບໂດຍ ສະຫາຍ ພັນເອກ ດາວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ແລະ ຕາງໜ້າຮັບໂດຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ເຊິ່ງ ສະຫາຍ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໃນທົ່ວວິທະຍາຄານເຕັກນິກການທະຫານ ສະແດງຄວາມຂອບໃຈ ຕໍ່ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ທີ່ເປັນຫ່ວງເປັນໃຍ ທີ່ໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ນຳເອົາຄອມພິວເຕີ ແລະ ຊຸດທົດລອງ ມາມອບໃຫ້ວິທະຍາຄານເຕັກນິກການທະຫານ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ອຸປະກອນຈຳນວນດັ່ງກ່າວ ເຂົ້າໃນວຽກງານລວມ ຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ໄດ້ໃຫ້ຄຳເຫັນໂອ້ລົມຊີ້ທິດເຍືອງທາງໃຫ້ແກ່ຜູ້ທີ່ໄດ້ຮັບຄອມພິວເຕີ ແລະ ຊຸດທົດລອງ ຕ້ອງນຳໃຊ້ໃຫ້ສົມເຫດສົມຜົນ, ຖືກຕ້ອງຕາມເປົ້າໝາຍ, ນໍາໃຊ້ໃຫ້ເກີດປະໂຫຍດສຸງສຸດ ແລະ ບໍ່ໃຫ້ນຳໃຊ້ໄປແນວທາງທີ່ຜິດກົດໝາຍ ພ້ອມທັງປົກປັກຮັກສາໃຫ້ນຳໃຊ້ໄດ້ຍາວນານ. ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ