ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ສະຫຼຸບຖອດຖອນບົດຮຽນ ກັບຊ່ຽວຊານກະຊວງປ້ອງກັນປະເທດ ສສ ຫວຽດນາມ
ເວລາອອກຂ່າວ: 2025-05-15 10:45:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2908 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ຊ່ຽວຊານກະຊວງປ້ອງກັນປະເທດຫວຽດນາມ, ພາຍຫຼັງ 2 ສະຫາຍ ຊ່ຽວຊານກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເຮັດສໍາເລັດໜ້າທີ່ຕາມແຜນການ ຂອງ 2 ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍມີຄະນະຫ້ອງການ, ຫ້ອງຍຸດທະສາດ, ຫ້ອງຂໍ້ມູນ-ຂ່າວສານ ກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າຮ່ວມ. ຜ່ານການປະຕິບັດໜ້າທີ່ ຕາມແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດລາວ-ຫວຽດນາມປະຈຳປີ 2025 ທີ່ ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ສະເໜີ 2 ສະຫາຍ ຊ່ຽວຊານ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມາຊ່ວຍດ້ານວິຊາສະເພາະວຽກງານຍຸດທະສາດ ແລະ ວຽກຂໍ້ມູນ-ຂ່າວສານເອເລັກໂຕຣນິກເປັນເວລາ 30 ວັນຮອດນີ້ ໄດ້ສໍາເລັດຕາມແຜນການ. ໂອກາດນີ້, ຄະນະພັກ-ຄະນະບັນຊາກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຍ້ອງຍໍຊົມເຊີຍການປະຕິບັດພັນທະໜ້າທີ່ ຂອງບັນດາສະຫາຍຊ່ຽວຊານ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ທຸ່ມເທ ເຫື່ອແຮງ, ສະຕິປັນຍາ ຊ່ວຍເຫຼືອດ້ານວິຊາສະເພາະ ຂອງກົມ ຈົນສໍາເລັດຕາມແຜນການ, ພ້ອມທັງ ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນໃນໄລຍະຜ່ານມາ ເພື່ອຮ່ວມມືກັນຊຸກຍູ້ສົ່ງເສີມສິ່ງທີ່ພວກເຮົາເຮັດໄດ້ ແລະ ຊອກຫາວິທີແກ້ໄຂ ສິ່ງທີ່ຍັງຄົງຄ້າງຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄັ້ງນີ້, ພ້ອມທັງ ຍົກບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນການອອກແຮງພັດທະນາເຄື່ອງມືຮັບໃຊ້ອຳນວຍຄວາມສະຫຼວກໃຫ້ກັບວຽກງານວິຊາສະເພາະ, ການພັດທະນາຊັບພະຍາກອນມະນຸດຄຽງຄູ່ກັບວຽກງານຕົວຈິງ ແລະ ແບບແຜນວິທີເຮັດວຽກຈຳນວນໜຶ່ງໃຫ້ທ່ວງທັນກັບສະພາບໃນປະຈຸບັນ. ໂດຍ: ສອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ