ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ໜ່ວຍພັກ ສາງອາໄຫຼ່ລົດ ວ 1 ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2025-05-20 09:24:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2528 | ຄວາມນິຍົມ:



ວັນທີ 15 ພຶດສະພາ 2025 ນີ້, ໜ່ວຍພັກ ສາງອາໄຫຼ່ລົດ ວ 1 ໄດ້ເປີດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ກຳມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ສິງອຳພອນ ບຸດດາລາ ເລຂາໜ່ວຍພັກ, ຫົວໜ້າສາງອາໄຫຼ່ລົດ ວ 1 ພ້ອມດ້ວຍຄະນະ, ມີຄະນະກວດກາ, ບັນດາພະແນກການ ຕະຫຼອດຮອດພະນັກງານ ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນສາງ ເຂົ້າຮ່ວມ. ສະຫາຍ ພັນເອກ ສິງອຳພອນ ບຸດດາລາ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງແຜນການວຽກງານໃນປີ 2026. ຜ່ານມາ, ຄະນະໜ່ວຍພັກ, ສະມາຊິກພັກໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ Xl ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ ll ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ກໍຄືແຜນການຄາດໝາຍສູ້ຊົນຂອງໜ່ວຍພັກ ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກ ຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ຢູ່ໃນກົມກອງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກ ມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນ ຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ໃນກອງປະຊຸມ ບັນດາສະມາຊິກພັກ ຍັງໄດ້ຜ່ານບົດສຳຫຼວດຕົນເອງ ແລະ ປະກອບຄໍາຄິດເຫັນ ຕໍ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ, ພ້ອມທັງລົງຄະແນນປິດລັບໃຊ້ສິດປະຊາມະຕິຢ່າງເປັນເອກະພາບຕໍ່ກອງປະຊຸມ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຈາກຄະນະກວດກາທີ່ກ່ຽວຂ້ອງ ເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິພັກ ໄດ້ຮັບການຄັດເລືອກຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງຈໍານວນ 32 ສະຫາຍ ເທົ່າກັບ 100% ບໍ່ມີສະມາຊິກພັກກາງ, ອ່ອນ ແລະ ເສຍທາດ. ສໍາລັບໜ່ວຍພັກໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງສະໄໝ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ໜ່ວຍພັກ ສາງອາໄຫຼ່ລົດ ວ 1 ສ້າງມາໄດ້ໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະໜ່ວຍພັກ, ສະມາຊິກພັກ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເປັນປົກກະຕິ, ມີແບບແຜນວິທີເຮັດວຽກທີ່ຮັດກຸມ ແລະ ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະເເຈ້ງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ