
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານແຂວງແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-05-20 09:26:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2716 | ຄວາມນິຍົມ:
ວັນທີ 19 ພຶດສະພາ 2025 ນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ວຽກງານສ້ອມແປງລົດ ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປັນເຈົ້າການໃນການນໍາພາ-ຊີ້ນຳພະນັກງານວິຊາສະເພາະ ຢູ່ກົມກອງຂອງຕົນ ຢ່າງເປັນປົກກະຕິ ບົນພື້ນຖານປະຕິບັດຕາມ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດ ແລະ ນຳໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວັດຖຸເຕັກນິກທີ່ໄດ້ປະກອບໃຫ້ ຖືກຕ້ອງຕາມລະບຽບຫຼັກການ, ຕາມຂໍ້ກຳນົດ ຂອງຂັ້ນເທິງວາງອອກເປັນຕົ້ນ ວຽກງານຄຸ້ມຄອງພາຫະນະ ໄດ້ເອົາໃຈໃສ່ຊີ້ນຳພະແນກການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນພະແນກຄຸ້ມຄອງລົດ, ພະແນກສ້ອມແປງ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະທີ່ຂັ້ນເທິງປະກອບໃຫ້ຢ່າງເປັນປົກກະຕິ. ຊີ້ນຳພະນັກງານວິຊາສະເພາະ ສ້າງແຜນງົບປະມານຮັບປະກັນອາວຸດ-ກະສຸນ ແລະ ວັດຖຸເຕັກນິກໃຫ້ກົມກອງຖືກຕ້ອງຕາມລະບຽບຫຼັກການ ພ້ອມທັງ, ສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາຄິດເຫັນແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງສະເໜີການປະກອບກ່ຽວກັບວຽກງານເຕັກນິກ ທີ່ເປັນຈຳນວນໜຶ່ງ ຕື່ມອີກ.
ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງສາມາດຮັບປະກັນໄດ້ດ້ານວຽກງານຮັບປະກັນເຕັກນິກ ແລະ ໃຫ້ທິດຊີ້ນໍາການປະຕິບັດໜ້າທີ່ວຽກງານການສ້ອມແປງລົດ, ສ້ອມແປງອາວຸດ ຮັບປະກັນໃຫ້ແກ່ການອົບຮົມຫັດແອບ ກຽມພ້ອມສູ້ຮົບ, ພ້ອມທັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ສາມາດຮັບປະກັນໄດ້ຕາມຄາດໝາຍທີ່ວາງໄວ້, ຮັບປະກັນຄວາມປອດໄພຮອບດ້ານ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ