ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 4 ວັນປະຫັວດສາດ
ເວລາອອກຂ່າວ: 2025-05-20 14:52:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2689 | ຄວາມນິຍົມ:



ວັນທີ 20 ພຶດສະພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປາຖະກະຖາ ຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວີລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 66 ປີ, ວັນວີລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ ຄົບຮອບ 80 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານເຂົ້າຮ່ວມ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 (ວັນທີ 18 ພຶດສະພາ 1959-18 ພຶດສະພາ 2025), ຄວາມໝາຍສຳຄັນ ຂອງກໍາລັງປະກອບອາວຸດປະຊາຊົນລາວ ທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບປະຊາຊົນລາວ ແລະ ເປັນບົດຮຽນອັນລໍ້າຄາຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ; ສະພາບການເຄື່ອນໄຫວປະຕິວັດ ຂອງບັນດາຜູ້ນໍາແນວລາວຮັກຊາດໃນໄລຍະປີ 1957-1959, ເຫດການໂຕນອອກຈາກຄຸກໂພນເຄັງ ຂອງບັນດາຜູ້ນຳຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ; ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ປະເທດຫວຽດນາມໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນານາປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ, ສ້າງພາລະກິດອັນໃຫຍ່ຫຼວງ, ກໍາລັງບົ່ງຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືທຸກວັນນີ້ ໂດຍມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດທີ່ສະຫງ່າລາສີຂອງຊາດ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ ການບຸກໂຈມຕີລ້າງຜານ ຂອງພວກຟາຊິດ, ມະຫາສົງຄາມປ້ອງກັນປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດ, ຜົນເສຍຫາຍຈາກສົງຄາມ, ຄວາມໝາຍປະຫວັດສາດ ແລະ ຜົນສະທ້ອນ ຂອງໄຊຊະນະຟາຊິດ ຕໍ່ຊາວໂລກ ແລະ ການສະໜັບສະໜູນຊ່ວຍເຫຼືອ ຂອງອະດີດສະຫະພາບໂຊວຽດ ຕໍ່ ສປປ ລາວ. ການປາຖະກະຖາໃນຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນ 4 ວັນປະຫວັດສາດດັ່ງກ່າວ ເປັນຕົ້ນແມ່ນມູນເຊື້ອ ແລະ ວີລະກຳການຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຄວາມສະຫຼາດຫຼັກແຫຼມຂອງພັກ ໃນການຊີ້ນຳກອງພັນທີ 2 ຜ່າວົງປິດລ້ອມ ຂອງພວກສັດຕູ ຢູ່ທົ່ງໄຫຫີນ-ຊຽງຂວາງ, ວີລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳຂອງພັກ, ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ. ໂດຍ: ເຂັມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ