ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກ ກອງລົດລາກ ປະຈຳປີ 2025
ເວລາອອກຂ່າວ: 2025-05-21 09:35:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2844 | ຄວາມນິຍົມ:



ວັນທີ 19 ພຶດສະພາ 2025 ນີ້, ໜ່ວຍພັກ ກອງລົດລາກ ໄດ້ເປີດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ກໍາມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ພອນສະຫວັນ ຄຳໄຊຄ້າຍ ເລຂາໜ່ວຍພັກ, ຫົວໜ້າກອງລົດລາກ ພ້ອມດ້ວຍຄະນະ, ມີຄະນະກວດກາ, ບັນດາພະແນກການ ຕະຫຼອດຮອດພະນັກງານສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນສະຫວັນ ຄຳໄຊຄ້າຍ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງແຜນການວຽກງານໃນປີ 2026. ຜ່ານມາ, ຄະນະໜ່ວຍພັກ, ສະມາຊິກພັກ ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຕ່າງໆ ກໍຄືແຜນການຄາດໝາຍສູ້ຊົນຂອງໜ່ວຍພັກ ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກ ຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ຢູ່ໃນກົມກອງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ,ກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນ ຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ໃນກອງປະຊຸມບັນດາສະມາຊິກພັກ ຍັງໄດ້ຜ່ານບົດສຳຫຼວດຕົນເອງ ແລະ ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ, ພ້ອມທັງ ລົງຄະແນນປິດລັບໃຊ້ສິດປະຊາມະຕິຢ່າງເປັນເອກະພາບຕໍ່ກອງປະຊຸມ, ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຈາກຄະນະກວດກາທີ່ກ່ຽວຂ້ອງເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິກພັກ ໄດ້ຮັບການຄັດເລືອກຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງຈໍານວນ 24 ສະຫາຍ ເທົ່າກັບ 100% ບໍ່ມີສະມາຊິກພັກກາງ, ອ່ອນ ແລະ ເສຍທາດ. ສໍາລັບໜ່ວຍພັກໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງສະໄໝ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ໜ່ວຍພັກ ກອງລົດລາກ ສ້າງມາໄດ້ໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະໜ່ວຍພັກ, ສະມາຊິກພັກ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາແນວຄິດໃຫ້ເປັນປົກກະຕິ, ມີແບບແຜນວິທີເຮັດວຽກທີ່ຮັດກຸມ ແລະ ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະເເຈ້ງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກ, ເອົາໃຈໃສ່ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດສຳເລັດ 2 ໜ້າທີ່ຍຸດທະສາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ