
ໂຮງງານປະສານເຫຼົ່າຫຼວງພະບາງ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ
ເວລາອອກຂ່າວ: 2025-05-21 14:54:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2387 | ຄວາມນິຍົມ:
ວັນທີ 20 ພຶດສະພາ 2025 ນີ້, ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ກໍາມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພັນໂທ ຈັນທະວີ ພົງສຸທິ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງງານ, ມີບັນດາສະຫາຍເລຂາຄະນະໜ່ວຍພັກ, ຈຸພັກ ຕະຫຼອດຮອດພະນັກງານສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ສະຫາຍ ພັນໂທ ແສງອາລຸນ ທໍາມະສຸດສະດາ ເລຂາຄະນະພັກຮາກຖານ, ຮອງຫົວໜ້າອໍານວຍການໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຜ່ານບົດສະຫຼຸບລາຍງານ ແລະ ຕີລາຄາຄືນການນໍາພາປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງແຜນການ ປີ 2026, ເຊິ່ງຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ແມ່ນຄະນະພັກຮາກຖານໜຶ່ງທີ່ຂຶ້ນກັບອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ເຕັກນິກກອງທັບ ມີໜ້າທີ່ຮັບຜິດຊອບໃນການ ນຳພາ-ຊີ້ນຳ, ປັບປຸງກໍ່ສ້າງພັກ, ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກໍ່ສ້າງພະນັກງານສະມາຊິກພັກ, ກຳມະກອນໃນທົ່ວໂຮງງານ, ເຮັດວຽກວິຊາສະເພາະໃນການຜະລິດເຄື່ອງປະດັບຍົດ, ຜະລິດເຄື່ອງເຮືອນຄົວ, ສ້ອມແປງພາຫະນະລົດທາງການທະຫານ, ສ້ອມແປງອາວຸດຍຸດໂທປະກອນ ແລະ ການບໍລິການ ເພື່ອຮັບໃຊ້ໃຫ້ແກ່ກອງທັບ ແລະ ສັງຄົມອີກຈໍານວນໜຶ່ງ. ໃນໄລຍະ 1 ປີຜ່ານມາຄະນະພັກຮາກຖານ ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ ll ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ກໍ່ຄືແຜນການຄາດໝາຍສູ້ຊົນຂອງຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ.
ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ໂຮງງານປະສານເຫຼົ່າຫຼວງພະບາງມີ 1 ຄະນະພັກຮາກຖານ, ມີ 6 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 130 ສະຫາຍ, 40 ສະຫາຍ. ມີສະມາຊິກພັກ ປະເພດແຂງ ມີທັງໝົດ 125 ສະຫາຍ, ຍິງ 38 ສະຫາຍ, ປະເພດກາງ 3 ສະຫາຍ, ຍິງ 2 ສະຫາຍ, ສະເລ່ຍສະມາຊິກພັກປະເພດແຂງກວມເອົາ 96,15%. ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 7 ມີ 2 ໜ່ວຍພັກ, ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 5 ມີ 1 ໜ່ວຍພັກ, ຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 3 ມີ 3 ໜ່ວຍພັກ.
ສະຫາຍ ພັນໂທ ຈັນທະວີ ພົງສຸທິ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາກອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ປະຈໍາປີ 2024, ໃນນັ້ນ, ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ມີ ຈໍານວນ 6 ໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024. ໃຫ້ກຽດຂຶ້ນມອບ ໃບຢັ້ງຢືນໃຫ້ກັບບັນດາໜ່ວຍພັກໂດຍ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ.
ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດທີ່ບັນດາສະຫາຍສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກ ໃຫ້ບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນ, ເນື້ອໃນ, ຈິດໃຈ ຂອງການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກຳແໜ້ນບັນດາມາດຖານເງື່ອນໄຂໃນການກໍ່ສ້າງໜ່ວຍພັກຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສະຫຼຸບການກວດກາຄຸນທາດການເມືອງຂອງສະມາຊິກພັກ, ຖືສໍາຄັນການສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງໃຫ້ໄດ້ພະນັກງານ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປິຕິວັດ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ມີການລົງຕິດຕາມກວດກາ, ຊຸກຍູ້ຢ່າງໃກ້ສິດຕິດແທດ, ມີການເກັບກໍາສ່ອງແສງລາຍງານໃຫ້ເປັນປົກກະຕິ, ຖືເອົາການດໍາເນິນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກ ເພື່ອຕໍານິສົ່ງຂ່າວຊຸກຍູ້ສົ່ງເສີມຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ໂດຍ: ອຸ່ນຄໍາ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ