
ກອງພົນທີ 1 ປະກາດການແຕ່ງຕັ້ງໜ້າທີ່ ຮັກສາການ ຜູ້ຮັບຜິດຊອບວຽກງານພະລາທິການ ກອງພັນ 162
ເວລາອອກຂ່າວ: 2025-05-22 09:08:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1491 | ຄວາມນິຍົມ:
ໃນວັນທີ 15 ພຶດສະພາ 2025, ຢູ່ທີ່ກອງພັນ 162 ທີ່ຂຶ້ນກັບກອງພົນທີ 1 ໄດ້ປະກາດການແຕ່ງຕັ້ງໜ້າທີ່ ຮັກສາການຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສີພັນດອນ ແກ້ວກັນຍາ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1, ມີພະແນກການທ່ຽວກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມຄິດ ມອນວິໄລ ຮອງຫົວໜ້າພະແນກແຜນການ ຫ້ອງພະລາທິການ ກອງພົນທີ 1 ໄດ້ຜ່ານຂໍ້ຕົກລົງ ອີງຕາມ ກົດໝາຍກອງທັບປະ
ຊາຊົນລາວ ວ່າດ້ວຍການແຕ່ງ ຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງ ບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາ ໃນຖັນແຖວກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນ, ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມ ການຄົ້ນຄວ້າເຫັນດີ ເປັນເອກະພາບ ຂອງຄະນະພັກ-ຄະນະບັນຊາ ກອງພົນທີ 1; ກອງພົນທີ 1 ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ໄຊສະຫວາດ ແກ້ວລິດທິ ເປັນຮັກສາການຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 162 ປ່ຽນແທນ ສະຫາຍ ພັນຕີສະຫວັນ ອ່ອນລັດບຸນມີ ທີ່ໄປຮັບໜ້າທີ່ໃໝ່ ຢູ່ກອງພັນໃຫຍ່ 102. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຮັກສາການ
ຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ສະຫາຍ ພັນໂທ ສີພັນດອນ ແກ້ວກັນຍາ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອເຮັດສຳເລັດໜ້າທີ່; ກຳແໜ້ນບັນດາບັນດາຂໍ້ກຳນົດກົດລະບຽບ ແລະ ໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາວັດຖຸພະລາທິການໃຫ້ຖືກຕ້ອງ ແລະ ເປັນລະບົບ; ເສີມຂະຫຍາຍຫົວຄິດປະດິດສ້າງຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອໜູນໃຊ້ໃຫ້ຊອດຄ່ອງຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ເປັນຕົ້ນການກິນ, ດື່ມ,ທີ່ຢູ່ອາໄສ ເພື່ອໃຫ້ມີສຸຂະພາບທີ່ດີຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ; ຕິດຕາມບັນດາມະຕິ, ຄຳສັ່ງ ເພື່ອປະ ຕິບັດຖືກຕ້ອງ, ຊັດເຈນ ແລະ ທັນເວລາ; ເພີ່ມທະວີຄວາມສາມັກຄີພາຍໃນກົມກອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕໃນໝູ່ຄະນະ; ເອົາໃຈໃສ່ພົວພັນກັບຂັ້ນເທິງ, ຂັ້ນລຸ່ມ ເພື່ອປະສານສົມທົບບັນດາໜ້າວຽກໃຫ້ມີປະສິດທິພາບສູງ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ