ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 20 ກໍລະກົດ 2025

  

ບໍລິສັດສະຕາໂທລະຄົມປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ
ເວລາອອກຂ່າວ: 2019-07-24 09:28:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7259 | ຄວາມນິຍົມ:



ວັນທີ 20 ກໍລະກົດ 2019 ນີ້, ຢູ່ທີ່ບໍລິສັດສະຕາໂທລະຄົມ ໄດ້ຈັດ ຕັ້ງພິທີປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 64 ປີ (20/7/1955-20/7/ 2019) ຂຶ້ນ ໂດຍການເຂົ້າຮ່ວມ ປາຖະກະຖາ ຂອງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີສະຫາຍ ພັນເອກ ບີ ມົວໄຟດາເຢຍຈາ ຄະນະພັກ-ຄະນະອໍານວຍການ ບໍລິສັດສະຕາໂທລະຄົມ, ພ້ອມ ດ້ວຍຫົວໜ້າພະແນກສະຫະພັນ ແມ່ຍິງຫ້ອງວ່າການກະຊວງ ປ້ອງກັນປະເທດ, ບັນດາສະຫະພັນແມ່ຍິງພາຍໃນໜ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວຫວນຄືນ ເຖິງມູນເຊື້ອອັນເປັນປະຫວັດ ສາດທີ່ຍິ່ງໃຫຍ່ຂອງເອື້ອຍນ້ອງ ແມ່ຍິງລາວບັນດາເຜົ່າ ໃນທົ່ວປະ ເທດຕະຫຼອດໄລຍະຜ່ານມາຂອງ ຂະບວນການປະຕິວັດ, ຂະບວນ ການຕໍ່ສູ້ປົດປ່ອຍປະເທດຊາດ, ເພື່ອຄວາມເປັນເອກະລາດແຫ່ງ ຊາດເອື້ອຍນ້ອງແມ່ຍິງລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ ທຸກຂະບວນການ. ແມ່ຍິງລາວ ໄດ້ມີມູນເຊື້ອອັນສະຫງ່າລາສີທີ່ ຍິ່ງໃຫຍ່, ໄດ້ອຸທິດເລືອດເນື້ອ, ເຫື່ອ ແຮງ, ສຸມທຸກສະຕິປັນຍາຄຽງ ບ່າ-ຄຽງໄລ່ກັບເພດຊາຍໃນຂະ ບວນການຕໍ່ສູ້ກູ້ຊາດຍາດໄດ້ ເອກະລາດ ອະທິປະໄຕ ແລະ ປະ ກອບສ່ວນສ້າງໜ້າປະຫວັດ ສາດອັນສະຫວ່າງສະໄຫວຂອງ ຊາດລາວ ນັບແຕ່ພັກປະຊາຊົນ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັກໄດ້ວາງແນວທາງໃນການປົດ ປ່ອຍແມ່ຍິງ, ພັກຖືວ່າແມ່ຍິງກວມ ຈຳນວນເຄິ່ງໜຶ່ງຂອງພົນລະ ເມືອງໃນທົ່ວປະເທດ, ເປັນກຳລັງ ແຮງອັນໃຫຍ່ຫຼວງໃນທຸກຂົງເຂດ ວຽກງານ, ເປັນກຳລັງແຮງພິ ເສດ, ແມ່ຍິງມີຖານະທີ່ຕັ້ງອັນສຳ ຄັນຍິ່ງໃນຄອບຄົວ, ມີສິດຕັດສິນ ຕໍ່ພາລະກິດຂອງລູກ ແລະ ຜົວ. ເຊິ່ງຕະຫຼອດໄລຍະແຫ່ງການຕໍ່ສູ້ ກູ້ຊາດແມ່ຍິງລາວບັນດາເຜົ່າກໍຄື ສະຫະພັນແມ່ຍິງລາວ ໄດ້ປະກອບ ສ່ວນໃນການຂົນຂວາຍຂະບວນ ການແມ່ຍິງທົ່ວປະເທດເຮັດໜ້າທີ່ ໃນການລ້ຽງດູ, ເບິ່ງແຍງ, ຊຸກ ເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກ ງານ, ທະຫານປະຕິວັດທີ່ຢູ່ແນວ ໜ້າ ແລະ ເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີ ການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກ ງານ-ນັກຮົບຢູ່ແນວໜ້າ; ປຸກລະ ດົມຂົນຂວາຍຊາວໜຸ່ມ, ລູກຫຼານ ອອກຮັບໃຊ້ປະເທດຊາດ, ປຸກລະ ດົມຂະບວນການຂອງແມ່ຍິງປະ ຕິບັດວຽກງານແນວຫຼັງ, ເພີ່ມພູນ ຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປ ແນວໜ້າ, ພ້ອມທັງເຄື່ອນໄຫວປະ ຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນກຳລັງແຮງສຳຄັນໃນທຸກຂົງເຂດວຽກງານ ທາງດ້ານການເມືອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ ແລະ ປະຕິບັດວຽກງານອື່ນດ້ວຍຄວາມ ຮັບຜິດຊອບສູງໃນການຕໍ່ສູ້ກັບສັດຕູຕີເອົາຊະນະຈັກກະພັດຜູ້ຮຸກຮານ ແບບເກົ່າ ແລະ ແບບໃໝ່ເປັນເວລາ ຫຼາຍສິບປີ. ການປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວຄັ້ງນີ້, ກໍ ເພື່ອເປັນການປຸກລະດົມສະມາ ຊິກແມ່ຍິງທຸກສະຫາຍໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດ ຄວາມເປັນມາແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງແມ່ ຍິງລາວ ແລະ ພ້ອມກັນເສີມຂະ ຫຍາຍມູນເຊື້ອດັ່ງກ່າວເຂົ້າໃນ ທຸກວຽກງານເປັນເຈົ້າການໃນ ການເຂົ້າຮ່ວມພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ຂຶ້ນໄປເລື້ອຍໆ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ