ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຈັດພິທີປະກາດການຈັດຕັ້ງຢູ່ກອງພົນທີ 4
ເວລາອອກຂ່າວ: 2019-07-24 09:31:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1094 | ຄວາມນິຍົມ:



ໃນວັນທີ 18 ກໍລະກົດ 2019 ນີ້, ກອງພົນທີ 4 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງ ກອງພົນ, ຫົວໜ້າຫ້ອງ ແລະ ຮອງ ຫົວໜ້າຫ້ອງ ໂດຍການເປັນກຽດ ເຂົ້າຮ່ວມເປັນປະທານຂອງສະ ຫາຍພົນຕີ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະ ບັນ ຊາກອງພົນທີ 4, ກອງບັນຊາການ ທະຫານແຂວງສະຫວັນນະເຂດ, ກອງພັນໃຫຍ່ 644, ໂຮງງານປະສານເຫຼົ່າພາກກາງ, ໂຮງໝໍບໍລິ ເວນ 109, ສາງນໍ້າມັນເລກ 9, ສາງອ 4, ອົງການ 5 ຫ້ອງ, ພະ ແນກການ, ແຂກຖືກເຊີນ, ກົມ ກອງອ້ອມຂ້າງຂຶ້ນກັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງພົນ ທີ 4 ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກງານ ກົມ ໃຫຍ່ການເມືອງກອງທັບ ຂຶ້ນຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດເລກທີ 1708/ກປທ ວ່າ ດ້ວຍການອະນຸຍາດໃຫ້ນາຍທະ ຫານຢູ່ກອງພົນທີ 4 ພັກການເພື່ອ ກຽມຮັບເບ້ຍບໍານານ, ກະຊວງ ປ້ອງກັນປະເທດຕົກລົງອະນຸຍາດ ໃຫ້ສະຫາຍ ພັນເອກ ຄໍາໄຂ ວິໄລ ເຄືອ ຫົວໜ້າການເມືອງກອງພົນ ທີ 4 ພັກການເພື່ອກຽມຮັບເບ້ຍ ບຳນານ. ຈາກນັ້ນກໍໄດ້ຜ່ານດໍາ ລັດນາຍົກລັດຖະມົນຕີສະບັບເລກ ທີ 178/ນຍ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 4 ອີງຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ)ເລກທີ 43/ສພຊ ດັ່ງນັ້ນນາຍົກລັດຖະມົນຕີອອກ ດໍາລັດມາດຕາ 1: ແຕ່ງຕັ້ງສະ ຫາຍ ພັນເອກ ສົມຈິດ ກິດຕິຍະ ລາດ ເປັນຫົວໜ້າການເມືອງກອງ ພົນທີ 4 ປ່ຽນແທນ ສະຫາຍ ພັນ ເອກ ຄໍາໄຂ ວິໄລເຄືອ ທີ່ກຽມພັກ ຜ່ອນຮັບເບ້ຍບໍານານ ແລະ ຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2505/ກປທ ວ່າ ດ້ວຍການແຕ່ງຕັ້ງຄະນະກອງພົນ ແລະ ຄະນະຫ້ອງ. ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ(ສະບັບປັບປຸງ) ໃນ ພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກ ຍ້າຍນາຍທະຫານກະຊວງປ້ອງ ກັນປະເທດຕົກລົງແຕ່ງຕັ້ງ ສະ ຫາຍ ພັນໂທ ຈັນແດງ ຂຸນຍຸລາດ ເປັນຮອງຫົວໜ້າການເມືອງກອງ ພົນທັງເປັນຫົວໜ້າຫ້ອງການ ເມືອງກອງພົນທີ 4, ແຕ່ງຕັ້ງ ສະ ຫາຍ ພັນໂທ ຄໍາໄພ ໄຊສົງຄາມ ເປັນຫົວໜ້າຫ້ອງການກອງພົນທີ 4 ແລະ ແຕ່ງສະຫາຍ ພັນໂທ ບຸນ ທັນ ວໍລະຈັກ ເປັນຮອງຫົວໜ້າ ຫ້ອງການກອງພົນທີ 4. ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຕໍ່ຜົນ ງານທີ່ຍາດມາໄດ້ໃນໄລຍະຜ່ານ ມາ, ພ້ອມທັງຮຽກຮ້ອງມາຍັງບັນ ດາພະນັກງານຜູ້ທີ່ຖືກແຕ່ງຕັ້ງຈົ່ງ ພ້ອມກັນເຊື່ອມຊຶມກໍາແໜ້ນມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພັດທະນາກົມກອງໃຫ້ມີຄວາມ ກ້າວໜ້າໂດຍປະຕິບັດຕາມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ຂອງກະ ຊວງປ້ອງກັນປະເທດວາງອອກ ຮັກສາຄວາມສາມັກຄີເປັນປຶກ ແຜ່ນ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ ຖືເອົາວຽກງານສຶກສາ ອົບຮົມການເມືອງ, ນໍາພາແນວ ຄິດເປັນສຳຄັນສອດຫ້ອຍເຂົ້າ ທຸກຂົງເຂດໜ້າທີ່ວຽກງານລວມ ຂອງກົມກອງ ເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ສືບຕໍ່ບຸກບືນ ເຝິກຜົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນພະນັກງານນຳພາທີ່ມີ ຄວາມເຂັ້ມແຂງ, ເປັນແບບຢ່າງ ຕໍ່ການຊີ້ນຳ-ນຳພາ, ໄປຄຽງຄູ່ ກັນນັ້ນກໍຕ້ອງເຮັດວຽກງານ ເປັນໝູ່ຄະນະບຸກຄົບຮັບຜິດ ຊອບບົນພື້ນຖານລວມສູນປະ ຊາທິປະໄຕ, ເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ທັງ 4 ດ້ານ, ດ້ານການເມືອງ, ແນວຄິດ, ແບບແຜນວິທີເຮັດວຽກ ແລະ ການນຳພາທີ່ຖືກຕ້ອງສອດ ຄ່ອງກັບໜ້າທີ່ການເມືອງຂອງ ຕົນ, ການປັບປຸງກົງຈັກການຈັດ ຕັ້ງໃນຄັ້ງນີ້ແມ່ນເປັນຂີດໝາຍ ໜຶ່ງ ໃນການປັບປຸງບູລະນະກົງ ຈັກການຈັດຕັ້ງໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນ ພ້ອມທັງໄດ້ເນັ້ນ ໃຫ້ຄະນະພັກ-ຄະນະບັນຊາທຸກ ຂັ້ນຈົ່ງສືບຕໍ່ນຳພາກົມກອງຂອງ ຕົນກ້າວຂຶ້ນບົນພື້ນຖານປະຕິບັດ ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ແລະ ພ້ອມກັນເຮັດສຳເລັດ ໜ້າທີ່ການເມືອງຂອງຕົນທີ່ການ ຈັດຕັ້ງມອບໝາຍໃຫ້ບົນພື້ນຖານ ສ້າງກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝເປັນກ້າວໆ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ