ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 21 ເມສາ 2025

  

ງານວາງສະແດງຜະລິດຕະພັນລາວ 2019 ມີສິນຄ້າທີ່ເປັນເອກະລັກຂອງທ້ອງຖິ່ນຫຼາຍຊະນິດ
ເວລາອອກຂ່າວ: 2019-07-24 09:32:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1240 | ຄວາມນິຍົມ:



ວັນທີ 22 ກໍລະກົດ ນີ້, ສະພາ ການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ (ສຄອຊ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ, ສະມາຄົມກຸ່ມນັກທຸລະກິດ ແລະ ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງ ຜະລິດຕະພັນລາວ 2019, ຢູ່ທີ່ ສູນການຄ້າລາວ-ໄອເຕັກ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ມີບັນດາ ລັດຖະມົນຕີ-ຮອງລັດຖະມົນຕີ, ປະທານ, ຄະນະປະຈໍາ, ຄະນະບໍລິ ຫານງານ, ຄະນະທີ່ປຶກສາ ສຄອຊ, ທຸຕານຸທູດ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງ ສາກົນ, ບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ຈັນທະຈອນ ວົງ ໄຊ ຮອງປະທານ ສຄອຊ ໄດ້ ກ່າວວ່າ: ງານວາງສະແດງຜະ ລິດຕະພັນລາວ 2019, ແມ່ນເລີ່ມ ມາແຕ່ວັນທີ 20-28 ກໍລະກົດ ນີ້ ເຊິ່ງຄັ້ງນີ້ເປັນຄັ້ງທີ 6, ງານ ວາງສະແດງຜະລິດຕະພັນລາວ ແມ່ນໄດ້ລະດົມຂົນຂວາຍຜູ້ປະ ກອບການ, ຜູ້ຜະລິດສິນຄ້າທຸກຂະ ແໜງໃນຂອບເຂດທົ່ວປະເທດນໍາ ເອົາຜະລິດຕະພັນຕ່າງໆທີ່ເປັນ ເອກະລັກຂອງແຕ່ລະແຂວງມາ ວາງສະແດງ, ເພື່ອເປັນການໂຄ ສະນາ ແລະ ຈໍາໜ່າຍ, ແນໃສ່ຍົກ ລະດັບການຜະລິດ, ການຈໍາໜ່າຍ ພາຍໃນໃຫ້ນັບມື້ນັບຂະຫຍາຍຕົວ ສູງ, ມີຄຸນນະພາບ, ໄດ້ມາດຕະ ຖານຈົນກ້າວຂຶ້ນສູ່ລະດັບສາກົນ, ເພື່ອເປັນການສ້າງຄວາມພາກ ພູມໃຈໃນສິນຄ້າ ແລະ ຜະລິດຕະ ພັນທີ່ຜະລິດໃນລາວ. ອີກຢ່າງໜຶ່ງ ປີນີ້ເຊິ່ງແມ່ນປີທ່ອງທ່ຽວລາວ-ຈີນ ກໍຖືໂອກາດນີ້ເຊື້ອເຊີນນັກ ທ່ອງທ່ຽວ ແລະ ນັກລົງທຶນໃຫ້ເຂົ້າ ມາ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ. ງານຄັ້ງນີ້ ສາມາດລະດົມໄດ້ທັງ ໝົດ 171 ຫ້ອງ, ຈາກ 117 ບໍລິ ສັດຈາກ, ທັງໝົດ 17 ແຂວງ (ແຂວງເຊກອງບໍ່ໄດ້ເຂົ້າຮ່ວມ), ສັງເກດເຫັນໄດ້ວ່າມີຜູ້ປະກອບ ການເຂົ້າຮ່ວມຫຼາຍຂຶ້ນ, ທຽບໃສ່ ປີຜ່ານມາເຖິງວ່າຈໍານວນຫ້ອງ ວາງສະແດງຈະຫຼຸດລົງຈາກ 180 ຫ້ອງລົງມາ 172 ຫ້ອງ ແຕ່ບໍລິສັດ ແລະ ຜູ້ປະກອບການແມ່ນເພີ່ມ ຂຶ້ນຈາກ 115 ບໍລິສັດມາເປັນ 117 ບໍລິສັດ. ໃນນີ້ຂະແໜງຜະ ລິດຕະພັນທີ່ເຂົ້າຮ່ວມກໍມີຄວາມ ຫຼາກຫຼາຍກວ່າຄັ້ງທີ່ຜ່ານມາ ເຊັ່ນວ່າ: ຜົນງານຮູບເງົາລາວ, ທໍ່ນໍ້າລາວ, ເກີບ, ການບໍລິການຂົນ ສົ່ງ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ຜະລິດລິດຕະພັນເດັ່ນ ຈາກ 17 ແຂວງທີ່ນໍາມາວາງສະ ແດງມີຄື: ຊາຜົ້ງສາລີ, ຜ້າຝ້າຍ ບໍ່ແກ້ວ, ຫັດຖະກໍາອຸດົມໄຊ, ສິ້ນ ຊໍາເໜືອ, ຫັດຖະກໍາຫຼວງພະບາງ, ເຂົ້າໄກ່ນ້ອຍຊຽງຂວາງ, ຫວາຍ ແຂວງວຽງຈັນ, ໝໍ້ແປງ ບໍລິຄໍາ ໄຊ, ເສັ້ນລ້ອນ ໄຊສົມບູນ, ກາເຟ ປາກຊ່ອງ, ໄມ້ແກະສະຫຼັກອັດ ຕະປື ແລະ ສິນຄ້າອື່ນໆຂອງແຕ່ ລະແຂວງ ເຊິ່ງໄດ້ຄັດຈ້ອນມາ ວາງສະແດງເປັນຕົ້ນແມ່ນຜະລິດ ຕະພັນຫັດຖະກໍາ, ເຄື່ອງປະດັບ, ເຂົ້າ, ຊາ, ກາເຟ, ອາຫານ, ເຄື່ອງ ດື່ມ, ໄມ້ແປຮູບ, ເຟີນີເຈີໄມ້, ເຄື່ອງ ຕົບແຕ່ງຜະລິດຈາກໄມ້, ຮູບເງົາ ລາວ, ການບໍລິການການຄ້າ, ການທະນາຄານ, ການຂົນສົ່ງ, ອະສັງຫາ. ໂອກາດນີ້ຍັງໄດ້ເຊື້ອ ເຊີນນັກທຸລະກິດຈີນ ແລະ ໄທຈໍາ ນວນໜຶ່ງເຂົ້າຮ່ວມນໍາອີກ. ນອກນີ້ ຍັງໄດ້ເຊີນຄະນະສິລະປະມາສະ ແດງ ແລະ ມີງານມິນິຄອນເສີດ ຈາກຄ້າຍເພງທີ່ມີຊື່ສຽງໂດ່ງດັງ ມາສະແດງ, ພ້ອມທັງມີກິດຈະກໍາ ສໍາມະນາໃນຫົວຂໍ້ຕ່າງໆເຊັ່ນ: ວັນ ທີ 24 ກໍລະກົດ, ສໍາມະນາເລື່ອງ ສຸຂະພາບ ແລະ ຄວາມປອດໄພໃນ ສະຖານທີ່ເຮັດວຽກ, ວັນທີ 25 ກອງປະຊຸມສຳມະນາການກະກຽມຄວາມພ້ອມເຂົ້າຮ່ວມວາງ ສະແດງສິນຄ້າຢູ່ຕ່າງປະເທດ ສໍາ ລັບວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ, ວັນທີ 26 ກອງ ປະຊຸມພົບພາກທຸລະກິດ (ສະ ມາຊິກ ສຄອຊ), ແລະ ວັນທີ 27 ນໍາສະເໜີກ່ຽວກັບຜະລິດຕະພັນ, ການບໍລິການທີ່ທັນສະໄໝ ແລະ ເງື່ອນໄຂເຂົ້າຫາແຫຼ່ງທຶນຂອງທະ ນາຄານພັດທະນາລາວ. ການສໍາ ມະນາແຕ່ລະຫົວຂໍ້ແມ່ນໄດ້ເຊີນ ຜູ້ບັນຍາຍທີ່ມີປະສົບການ, ຜູ້ປະ ກອບການເຂົ້າຮ່ວມ ເພື່ອມາແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ