ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ປະດັບທຽບຊັ້ນ ໃຫ້ນາຍທະຫານ 4 ກົມກອງ ເຂດພາກເໜືອ
ເວລາອອກຂ່າວ: 2025-05-29 15:19:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3175 | ຄວາມນິຍົມ:



ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບທຽບຊັ້ນ ໃຫ້ນາຍທະຫານ 4 ກົມກອງເຂດພາກເໜືອ ໄດ້ຈັດຂຶ້ນໃນ ວັນທີ 29 ພຶດສະພາ 2025 ນີ້, ຢູ່ທີ່ໂຮງໝໍບໍລິເວນ 107 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາໂຮງໝໍບໍລິເວນ 107, ສາງນໍ້າມັນເລກ 2, ສາງນໍ້າມັນເລກ 3, ອົງການຮັບສົ່ງລາວ-ຈີນ, ບັນດາສະມາຊິກພັກ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ປອ ພົງສະໄໝ ຫຸນນະຈຳປາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ 4 ກົມກອງເຂດພາກເໜືອ ເຊິ່ງລວມມີ 29 ສະຫາຍ, ໃນນີ້ ໂຮງໝໍບໍລິເວນ 107 ມີ 14 ສະຫາຍ, ສາງນ້ຳມັນເລກ 2 ມີ 2 ສະຫາຍ, ສາງນ້ຳມັນເລກ 3 ມີ 2 ສະຫາຍ ແລະ ອົງການຮັບສົ່ງ ລາວ-ຈີນ ມີ 11 ສະຫາຍ. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ບັນດາກົມກອງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ຊຸກຍູ້ປຸກລະດົມໃຫ້ພະນັກງານມີແນວຄິດຫຼັກໝັ້ນ, ປັບປຸງກໍ່ສ້າງກຳລັງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຮຽກຮ້ອງມາຍັງພະນັກງານທີ່ໄດ້ຮັບຊັ້ນໃໝ່ໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາສະເພາະເຕັກນິກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ເປັນແບບຢ່າງນຳໜ້າທີ່ດີໃນການເຄື່ອນໄຫວວຽກງານ, ມີຄວາມສາມັກຄີກັບໝູ່ເພື່ອນທັງພາຍໃນ-ພາຍນອກຢ່າງແໜ້ນແຟ້ນ, ພ້ອມກັນສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື່ອຍໆ. ໂດຍ: ນາງ ສຸລິຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ