
ສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ເຜີຍແຜ່ ເຊື່ອມຊື່ມມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IV ສະໄໝທີ VIII
ເວລາອອກຂ່າວ: 2025-05-30 10:53:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5770 | ຄວາມນິຍົມ:
ວັນທີ 29 ພຶດສະພາ 2025 ນີ້, ສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມເຜີຍແຜ່ຜັນຂະຫຍາຍ, ເຊື່ອມຊື່ມມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IV ສະໄໝທີ VIII ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ກໍາມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນໂທ ນາງ ນຸ່ນແກ້ວ ຄຳມຸງຄຸນ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ ບັນດາກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ, ອົງການຈັດຕັ້ງຊາວໜຸ່ມ, ສະຫະພັນແມ່ຍິງ, ກໍາມະບານ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ນຸ່ນແກ້ວ ຄຳມຸງຄຸນ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຄັ້ງທີ IV ສະໄໝທີ VIII ແລະ ຜ່ານມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX.
ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ບັນລະຍາຍ 3 ບົດຄື: ບົດໂອ້ລົມ ຂອງສະຫາຍ ນາງ ປາລີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII. ບົດໂອ້ລົມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໃນກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ບົດໂອ້ລົມຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX.
ໃນບົດໂອ້ລົມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູກາງສະຫະພັນແມ່ຍິງລາວຄັ້ງທີ IV ສະໄໝທີ VIII ຄັ້ງວັນທີ 25 ທັນວາ 2024 ໃນບາງຕອນໄດ້ຍົກໃຫ້ເຫັນ ການເພີ່ມທະວີວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງລາວບັນດາເຜົ່າຢ່າງເປັນປົກກະຕິຕໍ່ເນື່ອງ, ຕ້ອງມີການຫັນປ່ຽນວິທີການເຮັດວຽກງານການເມືອງແນວຄິດ ດ້ວຍຫຼາຍຮູບການ ແລະ ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍໂດຍສະເພາະບັນຫາຫຼໍ່ຫຼອມໃນປະຈຸບັນ ຢູ່ໃນຖັນແຖວເອື້ອຍນ້ອງແມ່ຍິງ ທີ່ເປັນໄວໜຸ່ມ ການໃຊ້ສື່ສັງຄົມອອນລາຍ ຍັງຂາດການວິເຄາະ ວິໃຈບໍ່ມີການກັ່ນຕອງ ພາໃຫ້ແມ່ຍິງເຮົາຕົກເຂົ້າໃນກົນອຸບາຍ ຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ຫວັງດີ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກງານເປັນໝູ່ຄະນະ ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ ເສີມຂະຫຍາຍຂະບວນການຮຽນຮູ້ ແລະ ພັດທະນາຕົວເອງ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ເອົາໃຈໃສ່ນຳພາປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ. ຍົກໃຫ້ເຫັນບົດໂອ້ລົມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໃນກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ບົດໂອ້ລົມຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ໃນບາງຕອນໄດ້ກ່າວ່າ: ການສຶກສາອົບຮົມການເມືອງ-ນໍາພາແນວຄິດ ຂອງເອື້ອຍນ້ອງສະຫະພັນແມ່ຍິງ ໄດ້ເຮັດຫຼາຍ, ແຕ່ບໍ່ຮັບປະກັນລັກສະນະຕໍ່ເນື່ອງ ແລະ ບໍ່ເປັນລະບົບຄົບຊຸດ, ສ່ວນຫຼາຍແມ່ນມີລັກສະນະຮູບການ, ຜິວເຜີນແຕ່ເນື້ອໃນບໍ່ທັນເລິກເຊິ່ງ-ຄົບຖ້ວນ, ບໍ່ທັນແທດເໝາະກັບສະພາບການ, ເງື່ອນໄຂຂອງກົມກອງແຕ່ລະໄລຍະ, ການປັບປຸງການຈັດຕັ້ງແມ່ຍິງ ແລະ ຂະຫຍາຍສະມາຊິກແມ່ຍິງ ດ້ານປະລິມານແມ່ນມີ ການຂະຫຍາຍຕົວຫຼາຍພໍສົມຄວນ, ແຕ່ດ້ານຄຸນນະພາບຍັງມີບາງດ້ານຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ຢ່າງຕັ້ງໜ້າເປັນຕົ້ນແມ່ນ: ແບບແຜນວິຊີນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະນະນໍາແມ່ຍິງ, ຄວາມຮັບຜິດຊອບພາລະບົດບາດໜ້າທີ່ການເມືອງ, ຄວາມເປັນເຈົ້າຕົນເອງ ແລະ ສະຕິປະຕິບັດຂໍ້ ແຂ່ງຂັນ 3 ດີຍັງມີລັກສະນະລວມໆ, ບໍ່ທັນເປັນຮູບປະທຳໜັກແໜ້ນ.
ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ເນັ້ນໜັກໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກງານເປັນໝູ່ຄະນະ ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ ເສີມຂະຫຍາຍຂະບວນການຮຽນຮູ້ ແລະ ພັດທະນາຕົວເອງ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ເອົາໃຈໃສ່ນຳພາປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ປຸກລະດົມໃຫ້ແມ່ຍິງສ້າງເງື່ອນໄຂ ສົ່ງເສີມໃຫ້ລູກຫຼານທັງຍິງ-ຊາຍໄດ້ຮັບການສຶກສາຮ່ຳຮຽນດ້ວຍຫຼາຍຮູບແບບ ເພື່ອໃຫ້ມີຄວາມຮູ້ໃນລະດັບທຽບເທົ່າ ກັບບັນດາປະເທດໃກ້ຄຽງ ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ຂອງພັກໂດຍສະເພາະແມ່ນການພົວພັນຮ່ວມມືກັບແມ່ຍິງປະເທດເພື່ອນມິດຍຸດທະສາດ ບັນດາປະເທດທີ່ເປັນຄູ່ຮ່ວມຍຸດທະສາດ ຄູ່ຮ່ວມສະຕາກຳ ບັນດາປະເທດພາກພື້ນ ແລະ ສາກົນ ອົງການຈັດຕັ້ງສາກົນຢ່າງມີການເລືອກເຟັ້ນ ຕາມແນວທາງນະໂຍບາຍຂອງພັກບົນຫຼັກການພື້ນຖານເຄົາລົບເຊິ່ງກັນ ແລະ ກັນ.
ໂດຍ: ມິດຕະພາບ ບຸນພະນຸໄຊ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ