ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ອິນ​ເດຍ ເຕືອນ​ໄພ​ຄື້ນ​ຄວາມ​ຮ້ອນ​ລະດັບ​ສີແດງ
ເວລາອອກຂ່າວ: 2025-06-13 09:19:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງາຍ​ວັນ​ທີ 11 ມິຖຸນາ​ວ່າ: ອິນ​ເດຍ ປະກາດ​ເຕືອນ​ໄພ​ລະດັບ “ສີແດງ” ເພື່ອ​ຮັບ​ມື​ກັບ​ຄື້ນ ​ຄວາມ​ຮ້ອນ​ຮຸ່ນ​ແຮງ ແລະ ດັດ​ ສະ​ນີ​ຄວາມ​ຮ້ອນ​ສູງ, ເຊິ່ງ​ນະຄອນຫຼວງ​ນິວ​ເດລີ ກຳລັງ​ປະ​ເຊີນ​ກັບ​ຄື້ນ​ຄວາມ​ຮ້ອນ​ຮຸ່ນ​ແຮງ, ໂດຍ​ອຸນຫະພູມ​ວັດແທກ​ໄດ້​ລະ ຫວ່າງ 40-45 ອົງສາ ໃນ​ຫຼາຍ​ຂົງເຂດ. ໂດຍ​ສະຖານີ​ວັດແທກ​ອຸນຫະພູມ​ທີ່​ຮ້ອນ​ທີ່​ສຸດ​ໃນ​ໄລຍະ​ຕອນ​ບ່າຍ​ຄື: ເຂດ​ອາຍາ​ນາ​ການ ວັດແທກ​ໄດ້ 45 ອົງສາ ຂະນະ​ທີ່​ດັດ​ສະ​ນີ​ຄວາມ​ຮ້ອນ​ສູງ​ເຖິງ 51 ອົງສາ ໂດຍ​ປະສົມ​ປະສານ​ຄວາມ​ຮ້ອນ ແລະ ຄວາມ​ຊຸ່ມ. ກົມ​ອຸຕຸນິຍົມ​ວິທະຍາ​ອິນ​ເດຍ ປະກາດ​ເຕືອນ​ໄພ​ລະດັບ “ສີແດງ” ເຊິ່ງ​ເປັນ​ລະດັບ​ສູງ​ສຸດ ແລະ ແນະນຳ​ໃຫ້​ປະຊາຊົນ​ຫຼີກ​ລ່ຽງ​ກິດຈະກຳ​ກາງແຈ້ງ, ດື່ມນ້ຳ​ຫຼາຍໆ ແລະ ລະວັງ​ສຸຂະພາບ ໃນ​ໄລຍະ​ຕອນ​ບ່າຍ​ອາກາດ​ຮ້ອນ​ອົບເອົ້າ. ໂດຍ​ຄາດ​ວ່າ​ສະພາບ​ອາກາດ​ຮ້ອນ​ແຮງ​ນີ້​ຈະ​ແກ່ຍາວ​ເຖິງ​ວັນ​ທີ 12 ມິຖຸນາ ແລະ ຈະ​ເລີ່ມ​ຜ່ອນຄາຍ​ລົງ​ຫຼັງ​ຈາກ​ວັນ​ທີ 13 ມິຖຸນາ ເມື່ອ​ຝົນຕົກ ແລະ ລົມພາຍຸ​ເຂົ້າ​ມາ ແລະ ຈາກ​ນັ້ນ, ໃນ​ວັນ​ທີ 14-17 ມິຖຸນາ ອຸນຫະພູມ​ຈະ​ຫຼຸດ​ລົງ​ເຫຼືອ​ປະມານ 37-42 ອົງສາ ພ້ອມ​ມີີຝົນຕົກ​ເລັກ​ໜ້ອຍ ແລະ ລົມ​ພັດ​ແຮງ ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ຮ້ອນ. ໃນ​ຂະນະ​ດຽວ​ກັນ, ຄຸນ​ນະ​ພາບ​ອາກາດ​ໃນ​ນະຄອນຫຼວງ​ນິວ​ເດລີ ຢູ່​ໃນ​ລະດັບ “ບໍ່​ດີ” ໂດຍ​ມີຄ່າ​ດັດ​ສະ​ນີ​ຄຸນ​ນະ​ພາບ​ອາກາດ ຢູ່​ທີ່ 245 ເຊິ່ງ​ສູງ​ເກີນ​ມາດຕະຖານ ແລະ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ