
ທະນາຄານໂລກ ປັບຫຼຸດຕົວເລກການຄາດຄະເນ ຕໍ່ການເຕີບໂຕເສດຖະກິດໂລກ
ເວລາອອກຂ່າວ: 2025-06-13 09:20:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:
ວິທະຍຸສາກົນແຫ່ງ ສປ ຈີນ ລາຍງານໃນວັນທີ 11 ມິຖຸນາ 2025 ວ່າ: ອີງຕາມບົດລາຍງານ ໃນວັນທີ 10 ມິຖຸນາ ຂອງທະນາຄານໂລກໃນຫົວຂໍ້ “ວິໄສທັດ ກ່ຽວກັບ ເສດຖະກິດໂລກ” ສະບັບຫຼ້າສຸດ ໂດຍໄດ້ປັບຫຼຸດ ຕົວເລກການຄາດຄະເນ ຕໍ່ການເຕີບ ໂຕຂອງເສດຖະກິດໂລກປີ 2025 ໃຫ້ຢູ່ໃນລະດັບ 2,3% ຈາກທີ່ຄາດຄະເນໄວ້ 2,7% ໃນເດືອນມັງກອນປີນີ້.
ທະນາຄານໂລກແຈ້ງໃຫ້ຮູ້ ວ່າ: ການເຕີບໂຕຂອງເສດຖະກິດໂລກ ພວມຊ້າລົງເນື່ອງຈາກ ກຳແພງການຄ້າ ແລະ ສະພາບແວດລ້ອມ ດ້ານນະໂຍບາຍທີ່ບໍ່ແນ່ນອນ. ເມື່ອທຽບໃສ່ສະພາບເສດຖະກິດໃນ 6 ເດືອນກ່ອນໜ້ານີ້ ທີ່ມີຄວາມເປັນໄປໄດ້ ທີ່ຈະຫຼຸດລົງຢ່າງໝັ້ນທ່ຽງແລ້ວ, ເສດຖະກິດໂລກ ໃນປັດຈຸບັນ ພວມຕົກຢູ່ ໃນສະພາບຄວາມປັ່ນປ່ວນອີກເທື່ອໜຶ່ງ. ພ້ອມນີ້, ບົດລາຍງານ ຂອງທະນາຄານໂລກ ຍັງຄາດຄະເນວ່າ: ຈັງຫວະການເຕີບໂຕ ຂອງການຄ້າໂລກໃນປີນີ້ ຈະຢູ່ ໃນລະດັບ 1,8%, ຫຼຸດລົງ 1,3% ເມື່ອທຽບໃສ່ ການຄາດຄະເນ ໃນເດືອນມັງກອນປີນີ້. ຂະນະທີ່ຈັງຫວະການເຕີບໂຕຂອງການ ຄ້າໂລກ ໃນປີໜ້າຈະຢູ່ໃນລະດັບ 2,4%, ຫຼຸດລົງ 0,8% ເມື່ອທຽບໃສ່ການຄາດຄະເນໃນເດືອນມັງກອນປີນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ