
ຊຸກຍູ້ການລົງນາມໃນສັນຍາກ່ຽວກັບການອະນຸລັກຮັກສາ-ນຳໃຊ້ລະບົບຊີວະນາ ນາພັນແບບຍືນຍົງ
ເວລາອອກຂ່າວ: 2025-06-13 09:24:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:
ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານໃນວັນທີ 11 ມິຖຸ ນາ 2025 ວ່າ: ໃນຂອບເຂດ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3)ຢູ່ ປະເທດ
ຝຣັ່ງ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັບ ການນຳໂລກ ໄດ້ເຂົ້າຮ່ວມ ເຫດການພິເສດ ເພື່ອລະດົມກຳລັງໃຈ ແລະ ຊຸກຍູ້ ວິວັດທະນາການລົງນາມໃນສັນຍາ ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ລະບົບ ຊີວະນາ ນາພັນ ທາງທະເລ ແບບຍືນຍົງ ຢູ່ບໍລິເວນທະເລ ທີ່ບໍ່ຂຶ້ນກັບສິດອຳນາດ ແຫ່ງຊາດ (ເອີ້ນຫຍໍ້ວ່າ ສັນຍາ ກ່ຽວກັບ ທະເລ), ເຊິ່ງເປັນເອກະສານ ສຳຄັນທີ່ສຸດ ກ່ຽວກັບທະເລ ນັບແຕ່ຕົ້ນສະຕະວັດ ມາຮອດປັດຈຸບັນ.
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເອກະສານ ໃຫ້ແກ່ຜູ້ຕາງໜ້າ ສປຊ; ພ້ອມທັງ ແຈ້ງໃຫ້ຊາບເລື່ອງລັດຖະບານ ຫວຽດນາມ ໃຫ້ສັດຕະຍາບັນສັນຍາ ກ່ຽວກັບ ທະເລ. ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາປະເທດທຳອິດລົງນາມໃນສັນຍາ ສະບັບນີ້. ສັນຍາກ່ຽວກັບ ທະເລນີ້ ທັງສະແດງ ໃຫ້ເຫັນຄວາມຕັດສິນໃຈ ແລະ ການກະທຳທີ່ມີຄວາມໝາຍ ຂອງລັດຖະບານ ຫວຽດນາມ ໃນຄວາມມານະພະຍາຍາມລວມຂອງປະຊາຄົມ ສາກົນໃນການສ້າງ ມະຫາສະໝຸດ ສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາ ແບບຍືນຍົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ