
ຣັດເຊຍ-ອິນເດຍ ຮ່ວມໂຄງການພັດທະນາ ລູກສອນໄຟຂີປະນາວຸດ ບຣາມ໊ອສ
ເວລາອອກຂ່າວ: 2025-06-13 09:27:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 281 | ຄວາມນິຍົມ:
ອີງຕາມສຳນັກຂ່າວປ້ອງກັນປະເທດອິນເດຍ (India Defence news) ລາຍງານວ່າ: ລູກສອນໄຟ ບຣາມ໊ອສ (Brahmos) ໄດ້ມີການຜະລິດມາແຕ່ຊຸມປີ 2007 ເປັນຕົ້ນມາໃນນັ້ນໄດ້ເຂົ້າປະຈຳການ ໃນກອງທັບ ອິນເດຍ, ຣັດເຊຍ ແລະ
ກອງທັບຟີລິບປິນ. ມາຮອດປີ 2016 ຫຼັງຈາກ ອິນເດຍ ໄດ້ເຂົ້າຮ່ວມເປັນສະມາຊິກຂອງໂຄງການຄວບຄຸມ ເຕັກໂນໂລຊີ ຂີປະນາວຸດ (Missile Technology Control Regime), ອິນເດຍ ແລະ ຣັດເຊຍ ໄດ້ສືບຕໍ່ພັດທະນາ Brahmos ຂື້ນມາເລື້ອຍໆ ຈົນມາຮອດປີ 2024 ອິນເດຍ ໄດ້ສັ່ງຊື້ເພີ່ມ ຈຳນວນ 220 ລູກ ເພື່ອເສີມຄວາມເຂັ້ມແຂງໃຫ້ແກ່ກອງທັບອິນເດຍ.
ລູກສອນໄຟ ບຣາມ໊ອສ ເປັນຂີປະນາວຸດມີຄວາມໄວກວ່າສຽງ ໄລຍະໄກ ທີ່ຂັບເຄື່ອນດ້ວຍລະບົບ ແຣມແຈັດ Ramjet, ທີ່ສາມາດຕິດຕັ້ງໃສ່ເຮືອດຳນ້ຳ, ຍົນສູ້ຮົບ ທີ່ຍິງຈາກອາກາດສູ່ອາກາດ, ອາກາດສູ່ໜ້າດິນ ແລະ ໜ້າທະເລສູ່ອາກາດ, ເຊິ່ງເປັນໂຄງການພັດທະນາຮ່ວມການຄ້າລະຫວ່າງອົງການວິໄຈພັດທະນາຂອງສອງກະຊວງປ້ອງກັນປະເທດ ອິນເດຍ ແລະ ຣັດເຊຍ.
ຂີປະນາວຸດ ບຣາມ໊ອສ, ມີນ້ຳໜັກ ລວມ 300 ກິໂລກຣາມ, ມີຄວາມໄວ 3 ມັກ, ໄລຍະຍິງທາງອາກາດສູງສຸດ 15 ກິໂລແມັດ, ຄວາມຍາວ 8,4 ແມັດ, ສາມາດຮັບນ້ຳໜັກທີ່ຕິດອາວຸດນິວເຄລຍ ໄດ້ເຖິງ 200-300 ກິໂລກຣາມ, ໄລຍະດັບສູນເປົ້າໝາຍ 800-900 ກິໂລແມັດ, ລະບົບນຳທາງຄົ້ນຫາຕຳແໜ່ງດ້ວຍລະບົບ ຣາດາ Rada Active, ເຊິ່ງເປັນຂີປະນາວຸດທີ່ໄດ້ຮັບການພັດທະນາຕໍ່ຍອດຈາກຂີປະນາວຸດ P-800 ແລະ ຕັ້ງຊື່ນີ້ຂຶ້ນ ໂດຍອີງໃສ່ຊື່ແມ່ນ້ຳສອງສາຍຂອງອິນເດຍ ແລະ ຣັດເຊຍ ເຊັນ: ແມ່ນ້ຳພຣະມະຫາບຸດ ຂອງອິນເດຍ ແລະ ແມ່ນ້ຳມົດສະວາ ຂອງ ຣັດເຊຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ