ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເປີດ​ອົບຮົມ​ຫັດ​ແອບ​ການ​ທະຫານ-ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2025
ເວລາອອກຂ່າວ: 2025-06-24 08:49:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ:



ວັນ​ທີ 18 ມິຖຸນາ 2025 ນີ້, ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ການ​ທະຫານ-ການເມືອງ, ພະລາທິ ການ-ເຕັກນິກ ປະຈຳ​ປີ 2025. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທອງ​ວັນ ສຸກ​ສະຫວັນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ​ທົ່ວ​ຫ້ອງ​ເສນາ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄພ​ວັນ ວິໄລ​ຈິດ ຫົວໜ້າ​ພະ​ແນກ​ບໍລິຫານ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານແຜນການ​ອົບຮົມ-ຫັດ​ແອບ, ຈຸດປະສົງ​ຂອງ​ການ​ເປີກ​ອົບຮົມ​ເພື່ອ​ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ອົບຮົມ​ກ່ຽວ​ກັບ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ​ການ​ທະຫານ-ການເມືອງ, ພະລາທິການ-ເຕັກ ນິກ ປະຈຳ​ປີ 2025, ເພື່ອ​ໃຫ້​ນາຍ ແລະ ພົນທະຫານ ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ຄວາມ​ຊຳນິ​ຊຳນານ​ດ້ານ​ການ​ທະຫານ, ການ ເມືອງ, ພະລາທິການ ແລະ ເຕັກນິກ​ໃນ​ລະດັບ​ທີ່​ແນ່ນອນ ໂດຍ​ຖື​ເອົາ​ຄຸນ​ນະ​ພາບ​ເປັນຕົ້ນ​ຕໍ ແລະ ແນໃສ່​ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ​ໃຫ້​ແກ່​ນາຍ ແລະ ພົນທະຫານ ມີ​ພິກໄຫວ​ຄ່ອງ​ແຄ້ວ ຮັບປະກັນ​ກຽມພ້ອມ​ສູ້​ຮົບ​ໃນ​ທຸກ​ເງື່ອນໄຂ, ເພື່ອ​ກະຕຸກ​ຊຸກຍູ້​ໃຫ້​ບັນດາ​ພະນັກງານ-ນັກ ຮົບ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຢ່າງ​ເປັນ​ປົກກ​​ະ​ຕິ, ປັບປຸງ​ກົມ​ກອງ​ໃຫ້​ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ສ້າງ​ກົມ​ກອງ​ໃຫ້​ມີ​ແບບ ແຜນ​ທັນ​ສະໄໝ, ເຝິກຝົນ​ຫຼໍ່​ຫຼອມ​ໃຫ້​ພະນັກງານ-ນັກຮົບ​ມີ​ສຸຂະພາບ​ເຂັ້ມແຂງ, ທົນ​ທານ​ແຂງ​ແກ່ນ ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ໃນ​ທຸກ​ສະພາບ​ການ ແລະ ເງື່ອນໄຂ, ເຊິ່ງ​ເນື້ອ​ໃນ​ຂອງ​ການ​ອົບ ຮົມ-ຫັດ​ແອບ​ມີ​ຄື: ຄວາມ​ຮູ້​ທົ່ວ​ໄປ 45 ວັນ, ຂໍ້​ກຳນົດ, ລະບຽບ​ຮູບ​ແຖວ, ພິທີການ 15 ວັນ, ກິລາ​ການ​ທະຫານ 8 ວັນ, ສິລະ​ປະຍຸດ​ທະຫານ​ຮາບ 8 ວັນ, ຍຸດທະວິທີ​ທະຫານ​ຮາບ 8 ວັນ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 1 ວັນ, ວຽກ​ງານ​ເສນາ​ທິ​ການ 5 ວັນ, ອົບຮົມ​ການເມືອງ 15 ວັນ, ພະ ລາ​ທິ​ການ 10 ວັນ, ເຕັກ ນິກ 10 ວັນ, ສິລະ​ປະຍຸດ 5 ວັນ, ຍຸດທະວິທີ 5 ວັນ, ກຳນົດ​ເວລາ​ອົບຮົມ​ທັງ​ໝົດ 90 ວັນ, ແລະ ແບ່ງ​ອອກ​ເປັນ 2 ໄລຍະ​ອົບຮົມ. ໃນ​ຊຸດ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້ ຍັງ​ໄດ້​ຜ່ານ​ເນື້ອ​ໃນ​ຂໍ້​ແຂງ​ພ້ອມ​ທັງ​ຂຶ້ນ​ຈັບ​ມື​ກັນ​ເພື່ອ​ແຂ່ງຂັນ​ກັນ​ສ້າງ​ຂະ​ບວນ​ການ ແລະ ສ້າງ​ຜົນງານ​ຮອບດ້ານ​ໃນ​ບັ້ນ​ອົບຮົມ​ຄັ້ງ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ