ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ເປີດງານແຂ່ງຂັນກິລາ ເຂດ I (5 ເມືອງເໜືອ ແຂວງໄຊຍະບູລີ)
ເວລາອອກຂ່າວ: 2025-06-24 13:32:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 680 | ຄວາມນິຍົມ:



ໃນວັນທີ 23 ມິຖຸນາ 2025 ນີ້, ຢູ່ທີ່ເດີ່ນກິລາ ຂອງເມືອງຫົງສາ ໄດ້ຈັດພິທີເປີດ ງານແຂ່ງຂັນກິລາ ເຂດ I (5 ເມືອງເໜືອ ແຂວງໄຊຍະບູລີ) ປະກອບມີ ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ, ເມືອງຄອບ ແລະ ເມືອງໄຊສະຖານ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ການຄັດເລືອກນັກກິລາເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ຄຳຫຼ້າ ຜີວວັນນາ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຮອງປະທານສະມາຄົມກິລາແຂວງ, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງເມືອງຫົງສາ, ມີການນຳຂອງແຕ່ລະເມືອງ, ແຂກຖືກເຊີນ, ຄູເຝິກ-ນັກກິລາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ. ທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງ ເມືອງຫົງສາ ໄດ້ລາຍງານການກຽມຄວາມພ້ອມໃນການຈັດງານຄັ້ງນີ້, ອົງການປົກຄອງເມືອງ ໄດ້ນໍາພາຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ເຊິ່ງໄດ້ກະກຽມແຕ່ລະດ້ານດັ່ງນີ້: ດ້ານເນື້ອໃນ, ດ້ານຂະບວນການ, ຄະນະຮັບຜິດຊອບສະຖານທີ່, ສີ, ແສງ, ສຽງ ແລະ ໂຄສົກ, ດ້ານເສດຖະກິດ ແລະ ຮັບແຂກ, ດ້ານການປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບຮັກສາສຸຂະພາບ. ການແຂ່ງຂັນກິລາ ເຂດ I ໃນຄັ້ງນີ້ ໄດ້ກຳນົດມີ 3 ປະເພດກິລາຄື: ບານເຕະ ຊາຍ-ຍິງ, ບານສົ່ງຊາຍ-ຍິງ, ກະຕໍ້. ບັນດາຄະນະນໍາ, ຄູເຝິກ ແລະ ນັກກິລາ ເຂົ້າຮ່ວມໃນງານຄັ້ງນີ້ ມີທັງໝົດ 394 ທ່ານ, ຍິງ 127 ທ່ານ ໃນນີ້: ເມືອງຄອບ ມີ 97 ທ່ານ, ຍິງ 25 ທ່ານ, ເມືອງຊຽງຮ່ອນ ມີ 82 ທ່ານ, ຍິງ 29 ທ່ານ, ເມືອງເງິນ ມີ 87 ທ່ານ, ຍິງ 30 ທ່ານ, ເມືອງໄຊສະຖານ ມີ 11 ທ່ານ ເຂົ້າຮ່ວມການແຂ່ງຂັນ 1 ປະເພດ ຄື: ກະຕໍ້, ເມືອງຫົງສາ ມີ 117 ທ່ານ, ຍິງ 43 ທ່ານ ເຂົ້າຮ່ວມການແຂ່ງຂັນ ມີຄື: ບານເຕະຊາຍ 2 ທີມ, ບານເຕະຍິງ 1 ທີມ, ບານສົ່ງຊາຍ-ຍິງ ແລະ ກະຕໍ້. ໃນໂອກາດນີ້, ທ່ານ ພອນສະຫວັນ ໄຊສົມພັນ ໄດ້ກ່າວເປີດພິທີ ຫຼັງຈາກນັ້ນ, ຄະນະການນໍາພ້ອມດ້ວຍແຂກຖືກເຊີນ ໄດ້ເຂົ້າຮ່ວມການຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການ ແລະ ຮັບຊົມການແຂ່ງຂັນກິລາບານເຕະຄູ່ເປີດສະໜາມ ລະຫວ່າງທີມເມືອງເງິນ ພົບກັບ ທີມເມືອງຫົງສາ A ຜ່ານການແຂ່ງຂັນຜົນປະກົດວ່າ ທີມບານເຕະເມືອງເງິນ ຊະນະ ທີມບານເຕະເມືອງຫົງສາ A 2 ຕໍ່ 1 ປະຕູ. ຂ່າວ-ພາບ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ