ກອງສິລະປະກອນກອງທັບ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ III ປີ 2025
ເວລາອອກຂ່າວ: 2025-10-09 14:35:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 694 | ຄວາມນິຍົມ: ![]()
ໃນວັນທີ 9 ຕຸລາ 2025 ນີ້, ກອງສິລະປະກອນກອງທັບ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ III ແລະ ວາງທິດທາງ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸດົມ ບຸດຕະວົງ ຫົວໜ້າການທະຫານ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກອງສິລະປະກອນກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາເພັດ ທອງຄໍາພັນ ຮອງຫົວໜ້າພະແນກແຜນການ-ສັງລວມ ກອງສິລະປະກອນກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ III ແລະ ທິດທາງແຜນການ ປະຈຳໄຕມາດ IV ປີ 2025 ຂອງກອງສິລະປະກອນກອງທັບ ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນແນວທາງ ແຜນນະໂບຍາຍຂອງພັກ, ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ບັນດາເອກະສານ ຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫ່ຍການເມືອງກອງທັບ ທັງໝົດ 18 ຄັ້ງ, ມີພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ ຈໍານວນ 257 ເທື່ອຄົນ, ຂະຫຍາຍມະຫາຊົນກ້າວໜ້າ ຮຽນສະໜັບສະໜູນ ໄດ້ 6 ຄົນ, ຮຽນກົດລະບຽບພັກໄດ້ 4 ສະຫາຍ, ຂະຫຍາຍສະມາຊິກພັກໃໝ່ໄດ້ 4 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ 4 ສະຫາຍ,ບັນດາໜ່ວຍພັກ ສໍາເລັດບັ້ນດໍາເນີນຊີວິດການເມືອງ ຄັດເລືອກຈັດປະເພດຄຸນທາດການເມືອງຂອງພະນັກງານສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ ປອດໄພ ປອດຄະດີ ທັງ 4 ໜ່ວຍພັກ ນອກນີ້, ຍັງໄດ້ປັບປຸງການຈັດຕັ້ງຂັ້ນພະແນກ, ຂັ້ນຂະແໜງ ມີຜົນສໍາເລັດ, ໄດ້ສົ່ງພະນັກງານໄປບຳລຸງພາສາອັງກິດ ຢູ່ອົດສະຕຣາລີ ລະບົບ 3 ເດືອນ, ໄດ້ເຂົ້າເຝິກອົບຮົມທິດສະດີການເມືອງ ລະບົບບຳລຸງ 10 ວັນ 2 ຊຸດ ທີ່ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຈັດຂຶ້ນ ມີ 12 ສະຫາຍ ແລະ 15 ວັນ ຢູ່ໂຮງຮຽນທິດສະດີກອງທັບ 1 ສະຫາຍ, ວຽກວິຊາສະເພາະ ສ້າງລາຍການສະແດງຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ມີຜົນສໍາເລັດ, ໄດ້ໄປສະແດງແລກປ່ຽນວັດທະນະທໍາ ຢູ່ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ຈໍານວນ 6 ເທື່ອສະແດງ ແລະ ເຄື່ອນໄຫວສະແດງຮັບໃຊ້ພິທີການຕ່າງໆ ທັງໝົດ 27 ຄັ້ງ ມີນັກສະແດງເຂົ້າຮ່ວມ 502 ເທື່ອຄົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















