ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນນຳພາ-ບັນຊາ ຢູ່ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2025-10-09 15:21:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 785 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງກໍາມະການຄະນະບໍລິຫານງານພັກ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2025 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ກໍາມະການຄະນະພັກກະຊວງປ້ອງປະ ເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ປອ ທີມສາວ ດວງຈຳປາ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີບັນດາສະຫາຍຕາງໜ້າກົມຈັດຕັ້ງພັກ, ກົມພະນັກງານ, ພ້ອມດ້ວຍພະນັກງານຫຼັກແຫ່ງເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາເອີ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວິໄຊ ໃສສີເຟືອນ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ. ສະຫາຍ ພັນເອກ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ຜ່ານມະຕິຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະພັກ, ກໍາມະການຄະນະປະຈຳພັກ, ປະທານຄະນະກວດກາພັກ ໂຮງຮຽນທິດສະດີການເມືອງກອງທັບ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວິໄຊ ໃສສີເຟືອນ ເປັນກໍາມະການຄະນະບໍລິຫານງານພັກ, ເປັນກຳມະການຄະນະປະຈຳພັກ ທັງເປັນປະທານຄະນະກວດກາພັກ ໂຮງຮຽນທິດສະດີການເມືອງກອງທັບ, ປ່ຽນແທນ ສະຫາຍ ພັນເອກ ວິໄລ ເພັດມີໄຊ ທີ່ພັກການຮັບເບ້ຍບໍານານ ແລະ ສະຫາຍ ພັນໂທ ສາກົນ ດວງສາມາດ ເປັນກໍາມະການຄະນະບໍລິຫານງານພັກ ໂຮງຮຽນທິດສະດີການເມືອງກອງທັບ ປ່ຽນແທນ ພັນເອກ ບຸນຊົມ ໄຊຍະວົງ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ພ້ອມທັງ ໄດ້ເນັ້ນໜັກ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກຢ່າງມີ ວິທະຍາສາດ ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເປັນແບບຢ່າງໃຫ້ພະນັກງານໃນກົມກອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ພ້ອມກັນຜັນຂະຫຍາຍແນວທາງຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ມີບາດກ້າວໃໝ່. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ