ງານບຸນຊ່ວງເຮືອ ປະເພນີ ອອກພັນສາ ປະວໍຣະນາ ປະຈໍາປີ 2025 ທີ່ນະຄອນປາກເຊ ແຂວງຈໍາປາສັກ ສຳເລັດລົງດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ
ເວລາອອກຂ່າວ: 2025-10-09 15:24:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 765 | ຄວາມນິຍົມ: ![]()
ງານບຸນຊ່ວງເຮືອປະເພນີ ອອກພັນສາ ປະວໍຣະນາ ປະຈໍາປີ ພສ 2568 ຄສ 2025 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ສໍາເລັດລົງດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ. ໃນລະຫວ່າງວັນທີ 7-8 ຕຸລາ 2025 ນີ້, ຢູ່ທີ່ແຄມແມ່ນໍ້າເຊໂດນ ບ້ານທ່າສາລາຄໍາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສຸພາບ ທຳມະຮັກສາ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາພາກໃຕ້ລາວ, ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ, ມີການນຳ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ, ການນໍາແຂວງຈໍາປາສັກ ແລະ ການນໍານະຄອນປາກເຊ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວ ແຂວງຈໍາປາສັກ, ນັກທຸລະກິດ, ຜູ້ປະກອບການ, ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຊົມ ຮ່ວມເຊຍຢ່າງຫຼວງຫຼາຍ.
ທ່ານ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ ຕາງໜ້າຄະນະກຳມະການຈັດກິດຈະກຳງານບຸນຊ່ວງເຮືອ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ ພສ 2568 ຄສ 2025 ທີ່ ນະຄອນປາກເຊ, ປີນີ້ ມີເຮືອຊ່ວງຈາກບັນດາບ້ານ ພາຍໃນນະຄອນປາກເຊ, ຈາກບັນດາເມືອງຂອງແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມທັງໝົດ 73 ລໍາ, 73 ຄະນະ, ຍິງ 18 ຄະນະ ແລະ ມີ 7 ປະເພດເຮືອຊ່ວງເຂົ້າຮ່ວມຄື: ເຮືອຊ່ວງ 12 ສີພາຍ (ຊາຍ) ມີ 21 ລໍາ, ເຮືອຊ່ວງ ປະເພນີ 24 ສີພາຍ ມີ 11 ລໍາ, ເຮືອຊ່ວງ ປະເພນີ 24 ສີພາຍ (ຍິງ) ມີ 9 ລໍາ, ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ) ມີ 12 ລໍາ, ເຮືອຊ່ວງ ປະເພນີ 33 ສີພາຍ (ຍິງ) ມີ 9 ລໍາ, ເຮືອຊ່ວງ ເຮືອສູດ 33 ສີພາຍ (ຊາຍ) ມີ 6 ລໍາ ແລະ ເຮືອຊ່ວງ 55 ສີພາຍ (ຊາຍ) ມີ 4 ລໍາ. ຈຸດປະສົງ ການຈັດງານບຸນຊ່ວງເຮືອປະເພນີຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງ ແລະ ອະນຸລັກຮັກສາມູນເຊື້ອຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິ່ນ ຕິດພັນກັບການສົ່ງເສີມການການຜະລິດ, ການບໍລິການ-ການຄ້າ, ການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ຢ້ຽມຢາມ ນະຄອນປາກເຊ ກໍຄືແຂວງຈໍາປາສັກໃຫ້ນັບມື້ຫຼາຍຂຶ້ນ.
ຜົນການແຂ່ງຂັນ ປະເພດເຮືອຊ່ວງ 55 ສີພາຍ (ຊາຍ) ທີ 1 ເຮືອບ້ານແກ ນະຄອນປາກເຊ, ທີ 2 ເຮືອ ກອງບັນຊາການທະຫານແຂວງຈໍາປາສັກ, ທີ 3 ເຮືອບ້ານຄັນແຍງ ເມືອງໂພນທອງ ແລະ ທີ 4 ເຮືອບ້ານເວີນໄຊໃຫຍ່ ເມືອງໂພນທອງ. ປະເພດເຮືອຊ່ວງ ເຮືອສູດ 33 ສີພາຍ (ຊາຍ) ທີ 1 ເຮືອສາລາຈໍາປາ ງົວປິ່ນ, ທີ 2 ເຮືອເຈົ້າພໍ່ຄໍາແດງ, ທີ 3 ເຮືອທິດາບົວຂຽວ ແລະ ທີ 4 ເຮືອບ້ານນາແກວ ເມືອງຊະນະສົມບູນ. ປະເພດເຮືອຊ່ວງ ປະເພນີ 33 ສີພາຍ (ຊາຍ) ທີ 1 ເຮືອ ເມືອງມຸລະປາໂມກ, ທີ 2 ເຮືອກອງບັນຊາການທະຫານແຂວງຈໍາປາສັກ, ທີ 3 ເຮືອເມືອງໂຂງ ແລະ ທີ 4 ເຮືອບ້ານແກ ນະຄອນປາກເຊ. ປະເພດເຮືອຊ່ວງ ປະເພນີ 33 ສີພາຍ (ຍິງ) ທີ 1 ເຮືອບ້ານແກ ນະຄອນປາກເຊ , ທີ 2 ເຮືອເມືອງມຸນລະປາໂມກ, ທີ 3 ເຮືອບ້ານພະລິງ ເມືອງໂພນທອງ ແລະ ທີ 4 ເຮືອບ້ານຊົ້ງ ເມືອງຊະນະສົມບູນ. ປະເພດເຮືອຊ່ວງ 24 ສີພາຍ (ຊາຍ) ທີ 1 ເຮືອກອງບັນຊາການທະຫານແຂວງຈໍາປາສັກ, ທີ 2 ເຮືອ ບ້ານມ່ວງ ເມືອງປະທຸມພອນ, ທີ 3 ເຮືອບ້ານນາແກວ ເມືອງຊະນະສົມບູນ ແລະ ທີ 4 ເຮືອບ້ານແກ້ງຊັນ ເມືອງຊະນະສົມບູນ. ປະເພດເຮືອຊ່ວງ 24 ສີພາຍ (ຍິງ) ທີ 1 ເຮືອບ້ານພະລິງ ເມືອງໂພນທອງ, ທີ 2 ເຮືອບ້ານນາແກວ ເມືອງຊະນະສົມບູນ, ທີ 3 ເຮືອບ້ານດອນເຂາະ ນະຄອນປາກເຊ ແລະ ທີ 4 ເຮືອບ້ານສະໝັນ ເມືອງໂພນທອງ. ປະເພດເຮືອຊ່ວງ 12 ສີພາຍ (ຊາຍ) ທີ 1 ເຮືອສາລາຈໍາປາ ງົວປິ່ນ , ທີ 2 ເຮືອພອນຫຼວງປູ່ເສີຍ, ທີ 3 ເຮືອຂາວພອນຈະເລີນຊັບ ແລະ ທີ 4 ເຮືອ ບ້ານແກ.
ສໍາລັບລາງວັນເຮືອແຕ່ລະປະເພດປະກອບມີ: ປະເພດເຮືອຊ່ວງ 55 ສີພາຍ (ຊາຍ) ,ເຮືອສູດ 33 ສີພາຍ (ຊາຍ), ເຮືອປະເພນີ 33 ສີພາຍ (ຊາຍ-ຍິງ) ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 50 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 30 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 20 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 10 ລ້ານກີບ. ປະເພດເຮືອຊ່ວງ 24 ສີພາຍ (ຊາຍ-ຍິງ) ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 25 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 20 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 15 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 8 ລ້ານກີບ ແລະ ເຮືອຊ່ວງ 12 ສີພາຍ(ຊາຍ) ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 15 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 10 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 5 ລ້ານກີບ.
ຂ່າວ: ດາວົງ ບຸດຕະວົງ; ພາບ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















