ກອງພັນໃຫຍ່ 301 ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2025-10-10 08:59:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ໃນວັນທີ 7 ຕຸລາ 2025, ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ປະຖະກາຖາມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື: ວັນຄູແຫ່ງຊາດ ຄົບຮອບ 31 ປີ ແລະ ວັນສ້າງຕັ້ງກອງພັນໃຫຍ່ 301 ຄົບຮອບ 22 ປີ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ຫົວໜ້າການທະຫານ ກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ 5 ພະ ແນກການ, ກົມກອງ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ໄດ້ລະນຶກຫວນຄືນມູນເຊື້ອ ແລະ ຄວາມເປັນມາຂອງ 2 ວັນປະຫວັດສາດຂອງຊາດ; ມູນເຊື້ອວັນຄູແຫ່ງຊາດ: ຄົນລາວໃນເມື່ອກ່ອນທີ່ເຂົ້າຮຽນເເມ່ນມີໜ້ອຍທີ່ສຸດ ໃນນັ້ນມີຜູ້ໜຶ່ງ ຊື່ ທ້າວ ຄຳ ໄດ້ຮຽນຮອດຫ້ອງທີ 1 ຈົບ ປ.6 ແລະ ໄດ້ເຂົ້າຮ່ວມເຝິກອົບຮົມຄູ ເປັນຜູ້ທຳອິດຂອງຄົນລາວ, ຫຼັງສຳເລັດການເຝິກອົບຮົບແລ້ວ ທ້າວ ຄຳ ກໍໄດ້ຮັບເຂົ້າລາຊະການເປັນຄູ ເລີ່ມແຕ່ວັນທີ 7 ຕຸລາ 1907; ທີ່ປະເທດຊາດຂອງລາວ
ເຮົາໄດ້ເລີ່ມມີນັກວິຊາການ, ນາຍທະຫານ, ນາຍຕຳຫຼວດ, ນັກການເມືອງ, ນັກປະດິດຄິດເເຕ່ງ ແລະ ນັກທຸລະກິດທີ່ດີເດັ່ນຈຳນວນບໍ່ໜ້ອຍ ພວກເພິ່ນເຫຼົ່ານັ້ນ ລ້ວນແຕ່ໄດ້ມີຄວາມຮູ້ຈາກ ຄູ ປະເທດຊາດມີການພັດທະນາເທົ່າໃດ ກໍຍິ່ງ
ເຮັດໃຫ້ສັງຄົມມີຄວາມສຳນຶກເຖິງບຸນຄຸນອັນລ້ຳເລີດຂອງຄູສະນັ້ນເພື່ອສະແດງຄວາມກະ ຕັນຍູຮູ້ບຸນຄຸນຕໍ່ ຄູ- ອາຈານ ໃນທົ່ວສັງຄົມ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາຂອງທຸກໆປີເປັນວັນຄູແຫ່ງຊາດ.
ພ້ອມດຽວກັນນີ້, ຍັງໄດ້ປາຖະກະ ຖາມູນເຊື້ອວັນສ້າງຕັ້ງກອງພັນໃຫຍ່ 301: ເມື່ອໄດ້ຮັບການຕົກ ລົງ ແລະ ເຫັນດີຈາກລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 100/ກທຊ ລົງວັນທີ 19 ເມສາ 2003 ແລ້ວ, ຄະນະພັກ-ຄະນະບັນຊາ ກອງພົນທີ 3 ໄດ້ຮີບຮອນ ຄົ້ນຄວ້າສັບຊ້ອນສັ່ງຖອນ ພະນັກງານ-ນັກຮົບ ບັນດາຫ້ອງ, ພະແນກການ, ກົມກອງອ້ອມຂ້າງກອງພົນທີ 3 ຜູ້ທີ່ມີຄວາມຮູ້ຄວາມສາມາດ ຜູ້ທີ່ກ້າວໜ້າ ເພື່ອບັນຈຸເຂົ້າໜ້າທີ່ວຽກງານໃໝ່ໃນແຕ່ລະວຽກຢູ່ກອງພັນໃຫຍ່ 301 ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສະເພາະໜ້າ ແລະ ຍາວນານ ກອງພັນໃຫຍ່ 301 ເປັນກຳລັງເຄື່ອນທີ່ສູ້ຮົບຂອງກະຊວງປ້ອງກັນປະເທດ ມີສິດ ແລະ ໜ້າທີ່ປົກປັກຮັກສາ ປ້ອງກັນຂອບເຂດ 4 ເມືອງເໜືອຂອງແຂວງໄຊຍະບູລີ 1 ເມືອງໃຕ້ຂອງແຂວງບໍ່ແກ້ວ ເຮັດໜ້າທີ່ກຽມພ້ອມສູ້ຮົບທຸກເວລາ ເພື່ອຊ່ວຍໜູນກຳລັງທ້ອງຖິນ ຢູ່ບັນດາ 4 ເມືອງເໜືອຂອງແຂວງໄຊຍະບູລີ, 1 ເມືອງໃຕ້ຂອງແຂວງບໍ່ແກ້ວ ເມື່ອມີສະພາບເກີດຂຶ້ນ ແລະ ມີຄຳສັ່ງຂອງຂັ້ນເທິງ ພ້ອມທັງຈັດຕັ້ງກຳລັງກຽມພ້ອມສູ້ຮົບເພື່ອສະກັດ ເສັ້ນທາງຂ້າມລອຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ; ຕັ້ງໜ້າກໍ່ສ້າງຮາກຖານການເມືອງ-ແນວຄິດ ປະຊາຊົນໃຫ້ມີຄວາມໜັກແໜ້ນ ເອົາໃຈໃສ່ໃນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ມີສະຖຽນລະພາບທາງດ້ານການເມືອງ, ໃຫ້ປະຊາຊົນມີໂອກາດຄ້າຂາຍ ແລະ ທຳມາຫາກິນຢູ່ດີກິນດີເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນຕັ້ງໜ້າເຂົ້າໃນການປົກປັກຮັກສາເອກກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ ຄຽງຄູ່ກັນນີ້ ຄະນະພັກ-ຄະນະບັນຊາ ຍັງໄດ້ສຸ່ມຫຼາຍວຽກງານເປັນຕົ້ນແມ່ນ ວຽກງານປັບປຸງກໍ່ສ້າງກົມກອງ, ວຽກງານພະລາທິການ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ພາຍໃນກົມກອງໃຫ້ນັບມື້ນັບດີຂຶ້ນ; ຈາກການປະຕິບັດໜ້າທີ່ອັນໃຫຍ່ຫຼວງທີ່ປະເທດຊາດມອບໝາຍໃຫ້ໃນໄລຍະ 22 ປີນັ້ນ ກອງພັນໃຫຍ່ 301 ໄດ້ຮັບຄຳຍ້ອງຍໍຄວາມໄວ້ເນື້ອເຊືອໃຈຈາກພັກ ແລະ ລັດຖະບານ ຄື: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ມີ 2 ໜ່ວຍ, ຊັ້ນ III ມີ 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ມີ 1 ໜ່ວຍ, ຊັ້ນ III ມີ 3 ໜ່ວຍ, ໃບຍ້ອງຍໍລັດຖະບານ 3 ໃບ, ໃບຍ້ອງຍໍລັດຖະມົນຕີກະຊວງປ້ອງກັນປະເທດ 3 ໃບ, ໃບຍ້ອງຍໍຂັ້ນແຂວງ, ກອງພົນ ແລະ ເມືອງ ຈຳນວນ 6 ໃບ.
ໂດຍ: ຈອມແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















