ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-10-10 09:01:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 925 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ 6 ເດືອນ​ຕົ້ນ​ປີ 2025 ແລະ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ຕຸລາ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄອນ​ວິໄລ ທຳ​ມະ​ວົງສາ ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພັນ​ໂທ ສຸ​ລິ​ເດດ ດວງ​ມະນີ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ພັກ-ຄະນະ​ບັນຊາ​ຈາກ​ກົມ​ກອງ​ອ້ອມ​ຂ້າງ ຕະຫຼອດ​ຮອດພະນັກງານ ວິຊາ​ການ​ທີ່​ກ່ຽວ ຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ລື​ໄຊ ສຸ​ຂະ​ວົງ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ ໄດ້​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ປະ ຈຳ​ປີ 6 ເດືອນ​ຕົ້ນ​ປີ 2025 ແລະ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025 ທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ; ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຕາມ​ທິດ​ຊີ້​ນຳ​ຂອງ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ກໍ​ຄື ຄຳ​ສັ່ງ ເລກ​ທີ 03/​ກມສພ, ລົງ​ວັນ​ທີ 30 ພຶດສະພາ 2012 ວ່າ​ດ້ວຍ​ການ​ສ້າງ​ເປັນ​ໜ່ວຍ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນ ນະບົດ; ເອົາໃຈໃສ່​ການ​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ 4 ເນື້ອ​ໃນ 4 ຄາດໝາຍ ລົງ​ປະຈຳ​ກຸ່ມ​ບ້ານ ທົ່ວ 59 ກຸ່ມ​ບ້ານ ມີ​ພະນັກງານ ຈຳນວນ 87 ສະຫາຍ ເປັນ​ຕົວ​ແທນ​ຂອງ​ກອງ​ບັນຊາ​ການ​ທະ ຫານ​ເມືອງ ກໍ​ຄື ນະຄອນຫຼວງ​ວຽງ​ຈັນ ເຮັດ​ໜ້າທີ່​ປະສານ​ສົບ​ທົບ​ກັບ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ເປັນ​ຜູ້ນຳ​ເອົາ​ແນວທາງ​ແຜນ​ນະໂຍບາຍ, ມະຕິ​ຄຳ​ສັ່ງ​ຂອງ​ບັນດາ​ນິຕິ​ກຳ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ເອກະສານ​ທີ່​ເປັນ​ມູນເຊື້ອ​ປະຫວັດສາດ ສຳຄັນ​ຂອງ​ພັກ​ຂອງ​ຊາດ ເຜີຍແຜ່​ໃຫ້​ກັບ​ອົງ​ການຈັດຕັ້ງ​ຂັ້ນ​ຕ່າງໆ ແລະ ປະຊາ ຊົນ ຢ່າງ​ທົ່ວ​ເຖິງ, ພ້ອມ​ທັງ​ເຮັດ​ວຽກ​ງານ​ຕົວ​ຈິງ​ກັບ​ພື້ນຖານ​ບ້ານ, ເພື່ອ​ເປັນ​ການ​ປຸກລະດົມ​ຊຸກຍູ້​ຊ່ວຍເຫຼືອ​ບັນດາ​ອົງ​ການ ຈັດຕັ້ງ​ຂັ້ນ​ຕ່າງໆ​ຂອງ​ບ້ານ ເຄື່ອນ​ໄຫວ​ຕາມ​ສິດ​ພາລະ​ບົດ ບາດ, ມີ​ການ​ກວດກາ​ຕີ​ລາຄາ​ສະພາບ​ການ​ຂອງ​ບ້ານ, ລົງ​ໃກ້ຊິດຕິດແທດ​ກັບ​ຫົວໜ່ວຍ 10 ຫຼັງຄາ​ເຮືອນ, ສ້າງ​ໃຫ້​ໄດ້​ພະນັກງານ​ຫຼັກ​ແຫຼ່ງ​ແກ່ນສານ ພາຍ​ໃນ​ບ້ານ ແລະ ສ້າງ​ພື້ນຖານ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ແຕ່​ລະ​ດ້ານ, ຈັດ​ຕັ້ງ​ພະນັກງານ​ກໍ່ ສ້າງ​ຮາກ​ຖານ​ປະຈຳ​ກຸ່ມ​ບ້ານ ເພື່ອ​ສົມທົບ​ກັບ ອົງການ​ປົກຄອງ​ບ້ານ ຊີ້​ນຳ​ກຳລັງ​ກອງ​ຫຼອນ​ບ້ານ​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ເກັບ​ກຳ​ຂ່າວ​ສະພາບ​ປະກົດ​ການ​ຫຍໍ້ທໍ້ ໃນ​ໄລຍະ​ຜ່ານ​ມາ ໄດ້​ທັງ​ໝົດ 1.141 ເລື່ອງ, ປະກາດ​ຮັບຮອງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 9 ບ້ານ, ມີ 2.150 ຄອບຄົວ; ພ້ອມ​ນັ້ນ ຍັງ​ໄດ້​ສຸມ​ໃສ່​ດຳເນີນ​ຕິດຕາມ​ການ​ປະ​ເມີນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຢູ່ 7 ເມືອງ ມີ 34 ບ້ານ ທີ່​ກຳລັງ​ກະກຽມ​ຈະ​ປະກາດ​ຮັບຮອງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃນຕໍ່ໜ້າ​ນີ້​ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ຂັ້ນ​ເທິງ​ວາງ​ໄວ້. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ