ກອງພັນໃຫຍ່ 279 ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-10-10 09:02:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 800 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2025, ຢູ່ທີ່ກອງພັນໃຫຍ່ 279 ໄດ້ເຜີຍແຜ່ເຜີຍເຊື່ອມຊືມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ ພະ ແນກການ, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດ ພະນັກ ງານຫຼັກແຫຼ່ງ ເຂົ້າຮ່ວມ.
ຄະນະບັນຊາ ກອງພັນໃຫຍ່ 279 ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານ ປະກອບມີ: ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI.
ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຍັງໄດ້ເນັ້ນໜັກໃຫ້ ຄະ
ນະພັກ-ຄະນະບັນຊາ ແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກ ງານ-ນັກຮົບ ໃນກົມກອງຂອງຕົນໃຫ້ມີແນວຄິດການເມືອງໜັກແໜ້ນ, ພ້ອມກັນນຳເອົາເນື້ອໃນເຊື່ອມຊືມຜົນສຳເລັດກອງປະຊຸມໃຫຍ່ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະ ຫຍາຍຢູ່ໃນກົມກອງຂອງຕົນໃນປະກົດຜົນເປັນຈິງ.
ໂດຍ: ສາຄອນ ສຸລິເຍດ
ພາບ: ກິ່ງແກ້ວ ສີສະກຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















