ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ຊຸກຍູ້​ກວດກາ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ປັບປຸງ​ ກໍ່ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ຢູ່​ກອງພັນ​ທີ 22
ເວລາອອກຂ່າວ: 2025-10-10 09:06:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 787 | ຄວາມນິຍົມ:



ໃນ​ວັນ​ທີ 15 ກັນຍາ 2025 ຜ່ານ​ມາ​ນີ້, ຄະນະ​ຊີ້​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ກວດກາ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ປັບປຸງ​ການ​ກໍ່ສ້າງ ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດ ທະນະ​ທຳ​ ຢູ່​ກອງພັນ​ທີ 22 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ເພັງ ອ້ວນ​ວິໄລ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຈາກ​ຫ້ອງ​ການເມືອງ, ພະ​ແນກ​ໂຄສະນາ-ອົບຮົມ​ທະຫານ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ທີ 22 ພ້ອມ​ດ້ວຍ​ພະນັກງານ ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ເກະ ວັນນະ​ວົງ ຮອງ​ຫົວໜ້າ​ການເມືອງ ກອງພັນ​ທີ 22 ໄດ້​ຜ່ານ​ບົດ​ລາຍ​ງານ​ການ​ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະນະທຳ ຂອງ​ກອງພັນ​ທີ 22 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ໃນ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ໄດ້​ມີ​ຄວາມ​ເປັນ​ເອກ​ກະ​ພາບ​ພາຍ​ໃນ​ສູງ, ມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ, ເອົາໃຈໃສ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃນ​ການ​ນຳພາ​ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະນະທຳ​ຕາມ 5 ມາດຖານ, ພະນັກງານ​ນັກຮົບ​ມີ​ຄຸນ​ທາດ​ການເມືອງ​ໜັກ ​ແໜ້ນ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ມີ​ລະບຽບ​ວິ​ໃນ, ປະຕິບັດ​ມະຕິ​ຄຳ​ສັ່ງ​ຂອງ​ການຈັດຕັ້ງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ດຸ​ໜັ່ນ​ຂະຫຍັນ​ພຽນ ໃນ​ການ​ອອກແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ ແລະ ຄອບ ຄົວ​ຕາມ​ທິດ​ນຳເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ໃນ​ໄລຍະ​ຜ່ານ​ມາຄະ​ນະ​ຊີ້​ນຳ​ການ​ກໍ່ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດ​ຖະ​ນະ​ທຳ ໄດ້​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ນຳພາ-ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ,ໃນ​ການ​ນຳພາ​ຂະ​ບວນ​ການ​ຂອງ​ກົມ​ກອງ ຕິດ​ພັນ​ກັບ​ການ​ຕິດຕາມ​ກວດກາ-ປະ​ເມີນ​ຜົນ​ແຕ່​ລະ​ໄລຍະ​ເປັນ​ລະບົບ​ຕໍ່​ເນື່ອງ, ເອົາໃຈໃສ່​ສ້າງ​ຂະ​ບວນ​ການ​ແຂ່ງຂັນ ແລະ ຈັດ​ຕັ້ງ​ປາຖະກະຖາ​ວັນ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ຄຽງ​ຄູ່​ກັບ​ວຽກ​ງານ​ກິລາ ສິລະ​ປະ-ວັນນະຄະດີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ. ໂດຍ: ນາງ ສີ​ລິ​ຄານ ສີດາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ