ກ້ອນກຳລັງກອງພັນໃຫຍ່ 279 ມີຄວາມພູມໃຈ ທີ່ໄດ້ເຂົ້າຮ່ວມ ພິທີສວນສະໜາມ ຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2025-10-10 09:16:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 836 | ຄວາມນິຍົມ: ![]()
ໃນໂອກາດທີ່ກອງພັນໃຫຍ່ 279 ສະຫຼຸບຜົນສຳເລັດໃນການ ເຂົ້າຮ່ວມພິທີສວນສະໜາມສະ ເຫຼີມສະຫຼອງການປະຕິວັດເດືອນ ສິງຫາ ແລະ ວັນຊາດ ສສ ຫວຽດ ນາມ ຄົບຮອບ 80 ປີ ຢູ່ທີ່ສະໜາມຫຼວງ ບາດິງ ນະຄອນຫຼວງຮ່າໂນ່ຍ ສສ ຫວຽດນາມ. ສະຫາຍ ພັນເອກ ບຸນປໍ ໄຊວົງສາ ຫົວໜ້າການທະຫານກອງພັນໃຫຍ່ 279 ໃຫ້ຮູ້ວ່າ: ເມື່ອໄດ້ຮັບຄຳສັ່ງຈາກ ກົມໃຫຍ່ເສນາທິການກອງທັບ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 279 ໄດ້ຈັດຕັ້ງກ້ອນກຳລັງເດີນຂະບວນສວນສະໜາມ ເພື່ອເຂົ້າຮ່ວມພິທີສວນສະໜາມສະ ເຫຼີມສະຫຼອງການປະຕິວັດເດືອນ ສິງຫາ ແລະ ວັນຊາດ ສສ ຫວຽດ ນາມຄົບຮອບ 80 ປີ ຢູ່ສະໜາມຫຼວງ ບາດິງ ນະຄອນຫຼວງ ຮ່າໂນ່ຍ ສສ ຫວຽດນາມ, ພາຍຫຼັງໄດ້ຮັບຄຳສັ່ງ ຄະນະພັກ-ຄະນະບັນຊາ ກໍໄດ້ເຊື່ອມຊຶມຄຳສັ່ງຂອງຂັ້ນເທິງ ເປັນເອກະພາບໃນຄະນະກອງພັນໃຫຍ່ 279 ແລ້ວແບ່ງຄວາມຮັບຜິດຊອບລະອຽດ, ເຜີຍແຜ່ໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈແຈ້ງ ເຫັນໄດ້ຄວາມໝາຍຄວາມສຳຄັນໃນການເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນດັ່ງ ກ່າວ ໃນນັ້ນ, ໄດ້ຄັດເລືອກເອົາບຸກຄະລາກອນຜູ້ທີ່ມີສຸຂະພາບແຂງແຮງ, ມີຄວາມຮັບຜິດຊອບສູງ, ມີພອນສະຫວັນ ແລະ ມີພິກ ໄຫວຄ່ອງແຄ້ວ, ພາຍຫຼັງຄັດ ເລືອກເຝິກຊ້ອມຕົວຈິງ ສາມາດຄັດຈ້ອນໄດ້ 113 ສະຫາຍ ໃນນີ້, ກອງພັນ 792 ໄດ້ 109 ສະ ຫາຍ, ພະແນກເສນາ ແລະ ພະແນກວິຊາການ 4 ສະຫາຍ, ແບ່ງອອກເປັນ 3 ພາກສ່ວນ ຄື: ຜູ້ບັນຊາ ແລະ ຄະນະຮັບຜິດຊອບລວມ; ກ້ອນທຸງໄຊ; ກ້ອນສວນ ສະໜາມ, ພາຍຫຼັງຈັດຕັ້ງກ້ອນກຳລັງແລ້ວຄະນະພັກ-ຄະນະບັນຊາ ໄດ້ຖືເອົາການສຶກອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຜູ້ທີ່ເຂົ້າຮ່ວມສວນສະໜາມໃນຄັ້ງນີ້ ໃຫ້ເຫັນໄດ້ຄວາມໝາຍຄວາມສຳຄັນໃນການປະຕິບັດໜ້າທີ່ອັນໃຫຍ່ຫຼວງ ແລະ ໜັກໜ່ວງແຕ່ມີກຽດສະ ຫງ່າຂອງພັກ-ລັດ ແລະ ກອງທັບ ມອບໝາຍໃຫ້ໄດ້ຮັບຜົນສຳເລັດ, ນຳເອົາໄຊຊະນະກຽດສັກສີ ກັບມາສູ່ກອງທັບ, ປະເທດຊາດຢ່າງຈົບງາມ, ພະນັກງານ-ນັກຮົບຜູ້ທີ່ເຂົ້າຮ່ວມຮັບໃຊ້ຕົວຈິງແມ່ນມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຕັ້ງໜ້າພ້ອມພຽງກັນປະກອບສ່ວນເຂົ້າຮ່ວມງານສະ ເຫຼີມສະຫຼອງວັນປະຕິວັດເດືອນ ສິງຫາ ແລະ ວັນຊາດ ສສ ຫວຽດ ນາມ ຄົບຮອບ 80 ປີ ໃນຄັ້ງນີ້ ຢ່າງຕັ້ງໜ້າ, ເປັນຂະບວນການຟົດຟື້ນ, ມີຄວາມຫ້າວຫັນ, ເຂັ້ມ ແຂງ ແຕ່ລະສະຫາຍເຫັນວ່າມີ ຄວາມກະຕືລືລົ້ນ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ ພ້ອມກັນຫັດແອບຕາມແຜນການຂອງຂັ້ນເທິງ ບັນລຸຕາມຈຸດປະສົງ ແລະ ຄາດໝາຍ, ຄະນະຮັບຜິດຊອບຊີ້ນຳລວມ ແລະ ວິຊາສະເພາະທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ເຮັດວຽກງານຮັບປະກັນທີ່ໄດ້ຮັບມອບໝາຍໃຫ້ ເພື່ອອຳນວຍຄວາມສະດວກທຸກປະການໃຫ້ກ້ອນກຳລັງເຂົ້າຮ່ວມສວນສະໜາມໃນຄັ້ງນີ້ໄດ້ ມີຜົນສຳເລັດ, ໃນເວລາທີ່ໄປເຝິກ ແອບຮໍ່າຮຽນຢູ່ທີ່ສູນເຝິກແອບ ການທະຫານເລກ 4 ສສ ຫວຽດ ນາມ ກ້ອນກຳລັງສວນສະໜາມຂອງກອງພັນໃຫຍ່ 279 ກໍຮັກ ສາໄດ້ດ້ານລະບຽບວິໄນຂອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນຂໍ້ກຳນົດກົດລະບຽບຂອງກອງພັນໃຫຍ່ 279 ວາງອອກຢ່າງເຂັ້ມງວດ, ໃນເວລາເຝິກ ຊ້ອມ ແລະ ສະເຫຼີມສະຫຼອງຕົວຈິງ ອ້າຍນ້ອງທຸກຄົນມີສະຕິໃນການປະຕິບັດໂມງເວລາຢ່າງເຂັ້ມງວດ ພ້ອມທັງປົກປັກຮັກສາອະນາໄມບ່ອນພັກເຊົາສະອາດຈົບງາມ, ນັບແຕ່ມື້ໄດ້ຮັບຄຳສັ່ງເລີ່ມຕົ້ນປະຕິບັດຈົນຮອດມື້ສຳເລັດ ກົມກອງໄດ້ເຕົ້າໂຮມຄວາມສາມັກຄີເປັນເອກະພາບມີການລວມສະຫຼຸບຖອດຖອນບົດຮຽນ, ວາງແຜນການພ້ອມທັງຫາວິທີແກ້ໄຂຈຸດທີ່ຍັງບໍ່ເອກະພາບກັນ ຈຶ່ງເຮັດໃຫ້ການເຂົ້າຮ່ວມສວນສະໜາມໃນຄັ້ງນີ້ ໄດ້ມີຜົນສຳເລັດຢ່າງຈົບງາມ.
ສະຫາຍ ພັນເອກ ບຸນປໍ ໄຊວົງສາ ຍັງກ່າວຕື່ມອີກວ່າ: ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ຈາກຄະນະຮັບຜິດຊອບກ້ອນ ກຳລັງສວນສະໜາມ ຈຶ່ງເຮັດໃຫ້ ການເຂົ້າຮ່ວມຂອງກ້ອນກຳລັງ ກອງພັນໃຫຍ່ 279 ມີຜົນສຳ ເລັດ ພ້ອມທັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບ, ກ້ອນກຳລັງສວນສະໜາມທີ່ຍາດມາໄດ້ ໂດຍສະເພາະແມ່ນ ການກະກຽມບຸກຄະລາກອນ, ແຜນການຕ່າງໆ, ການເຝິກຊ້ອມກໍຖືກຕ້ອງຕາມເຕັກນິກຫຼັກການ, ການປະຕິບັດໄດ້ໂມງເວລາໃນການເຄື່ອນທັບ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ມີຄວາມ ອົດທົນສູ້ຊົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ພ້ອມທັງນຳເອົາຜົນ ສຳເລັດ, ຜົນງານອັນໃຫຍ່ຫຼວງມາສູ່ປະເທດຊາດ, ກອງທັບ ກໍຄື ກົມກອງ, ໃນຕໍ່ໜ້ານີ້ຕ້ອງໄດ້ ເອົາໃຈໃສ່ບຸກບືນໃຫ້ສູງຂຶ້ນກ່າວ ເກົ່າຖ້າທຽບໃສ່ກົມກອງເພື່ອນ, ຖືເອົາການສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານ-ນັກຮົບ ມີຄວາມໜັກແໜ້ນ ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ການມອບໝາຍ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ພ້ອມທັງປັບປຸງກຳລັງໃຫ້ມີສຸຂະ ພາບຮ່າງກາຍທີ່ແຂງແຮງ ເພື່ອເຂົ້າຮ່ວມໃນການເຝິກແອບຮໍ່າ ຮຽນໃນຕໍ່ໜ້າໃຫ້ມີຄວາມເປັນເອກະພາບ, ເຂັ້ມແຂງ, ສວຍງາມ, ເພື່ອເຮັດສຳເລັດໜ້າທີ່ອັນໃໝ່ ໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















