ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ຫົວໜ້າກົມນະໂຍບາຍ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສູນເສຍອົງຄະ 194
ເວລາອອກຂ່າວ: 2025-10-10 13:51:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1606 | ຄວາມນິຍົມ:



ໃນວັນທີ 7 ຕຸລາ 2025 ນີ້, ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສູນເສຍອົງຄະ 194 ຄັງໄຂ ແຂວງຊຽງຂວາງ ໂດຍມີສະຫາຍ ພັນໂທ ສົມພັນ ສີບຸນຕາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ພ້ອມດ້ວຍຕາງໜ້າພະແນກການກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວສູນເສຍອົງຄະ 194 ເຂົ້າຮ່ວມ. ‎ສະຫາຍ ຮ້ອຍເອກ ນາງ ຄຳສີ ສີວັນເຮືອງ ຫົວໜ້າການເມືອງ ສູນເສຍອົງຄະ 194 ໄດ້ລາຍງານສະພາບທີ່ຕັ້ງ ແລະ ການເຄື່ອນໄຫວວຽກງານຫຍໍ້ໃນໄລຍະຜ່ານມາ. ຈາກນັ້ນ, ຕາງໜ້າພະແນກການກ່ຽວຂ້ອງ ໄດ້ຜັດປ່ຽນກັນອະທິບາຍຊີ້ແຈງແຕ່ລະໜ້າວຽກຕົວຈິງ ເປັນຕົ້ນ ວຽກງານປະກັນສັງຄົມ, ເງິນອຸດໜູນເສຍອົງຄະ ຢ່າງກົງໄປກົງມາ ໃຫ້ພະນັກງານ-ນັກຮົບ ພາຍໃນສູນເສຍອົງຄະ 194 ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ. ‎ ໃນໂອກາດນີ້, ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໃຍ ມາຍັງບັນດາພະນັກງານປະຕິວັດອາວຸໂສ ກໍຄືພະນັກງານ-ນັກຮົບ ສູນເສຍອົງຄະ 194 ຕະຫຼອດຮອດຄອບຄົວຂອງເຂົາເຈົ້າ ພ້ອມທັງ, ອວຍພອນໄຊອັນປະເສີດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນ ພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນສ້າງສາພັດທະນາສູນເສຍອົງຄະ ໃຫ້ຈະເລີນກ້າວໜ້າຍິ່ງໆ ຂຶ້ນ. ພ້ອມນັ້ນ, ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ຍັງໄດ້ມອບຂອງຂວັນຈຳນວນໜຶ່ງ ໃຫ້ສູນເສຍອົງຄະ 194 ຕື່ມອີກ. ‎ພາບ-ຂ່າວ: ວັດທະນາ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ