ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ຄະນະອໍານວຍການ ວຕກ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ
ເວລາອອກຂ່າວ: 2025-10-10 14:15:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1770 | ຄວາມນິຍົມ:



ວັນທີ 9 ຕຸລາ 2025 ນີ້, ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ອໍານວຍການ, ຫົວໜ້າການທະຫານ ວິທະຍາຄານເຕັກການທະຫານ ພ້ອມຄະນະໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ໂດຍການຕ້ອນຮັບຂອງ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນພ້ອມຄະນະ. ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນໃນຄັ້ງນີ້ ກໍ່ເພື່ອເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນຮ່ວມມືທັງສອງສະຖາບັນການສຶກສາໃຫ້ເຕີບໃຫຍ່ກ້າວຂຶ້ນ, ພ້ອມທັງສົນທະນາ, ຢ້ຽມຢາມສາງ, ຫ້ອງທົດລອງ, ບ່ອນສ້ອມແປງເຄື່ອງຈັກ, ລະບົບການສິດສອນ ແລະ ຜະລິດຕະພັນຕ່າງໆ ທັງນີ້ກໍ່ເພື່ອແລກປ່ຽນທາງດ້ານວິຊາການເຕັກນິກ ທີ່ທັງສອງສະຖາບັນການສຶກສາທາງເບື້ອງສາຍລັດ ແລະ ສາຍກອງທັບເຄີຍປະຕິບັດກັນມາໃຫ້ເລິກເຊິ່ງກວ່າເກົ່າ. ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ພ້ອມຄະນະຍັງໄດ້ມອບກະຕ່າຂອງຂວັນເພື່ອອວຍພອນ ຄະນະອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ຕະຫຼອດຮອດພະນັກງານ, ຄູ-ອາຈານ ທຸກຄົນ ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ໝູນວຽນມາຄົບຮອບອີກວາລະໜຶ່ງ ຈົ່ງມີແຕ່ຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າ, ເປັນແວ່ນແຍງອັນໃສ່ແຈ້ງໃຫ້ແກ່ລູກສິດ ແລະ ເປັນວິສະວະກອນຫຼອມຫຼໍ່ຊັບພະຍາກອນມະນຸດຂອງຊາດຢ່າງອົງອາດຕະຫຼອດໄປ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ