ພະແນກກົດໝາຍ ທະຫານແຂວງອັດຕະປື ໂຄສະນາເຜີຍແຜ່ກົດໝາຍປະຈຳປີ 2025
ເວລາອອກຂ່າວ: 2025-10-15 09:05:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ ປີ 2025 ນີ້, ພະແນກກົດໝາຍ ກອງບັນຊາການທະຫານແຂວງອັດຕະປື ໄດ້ໂຄສະນາເຜີຍແຜ່ກົດໝາຍ ເເລະ ນິຕິກຳພາຍໃຕ້ກົດໝາຍ, ຢູ່ທີ່ສະໂມສອນ ກອງບັນຊາການທະ ຫານເມືອງສາມັກຄີໄຊ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຍົງ ໄຊຍະຕະກຸນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື, ພ້ອມດ້ວຍຄະນະຮັບຜິດຊອບເຜີຍແຜ່ກົດໝາຍ, ມີ ຄະນະພັກ-ຄະນະບັນຊາໃນກົມກອງ, ກອງປະຕິບັດງານ 136, ພ້ອມດ້ວຍພະນັກງານ ສອງກົມກອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ທອງໄຫຼ ເທດສານາວົງ ຮັກສາການຫົວໜ້າພະແນກກົດໝາຍ, ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະ ຫານແຂວງອັດຕະປື, ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການລົງໂຄສະນາເຜີຍແຜ່ນິຕິກຳ-ກົດໝາຍ, ວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍການສັນຈອນທາງບົກ, ກົດລະບຽບການຈາລະຈອນ, ກົດໝາຍວ່າດ້ວຍການດຳເນີນຄະດີ, ກົດໝາຍວ່າດ້ວຍໄອຍະການທະຫານ, ກົດໝາຍວ່າດ້ວຍສານທະຫານ ຈຸດປະສົງການລົງເຜີຍແຜ່ກົດ
ໝາຍໃນຄັ້ງນີ້ ກໍ່ເພື່ອເປັນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລັດຖະທຳມະນູນ, ກົດໝາຍຕ່າງໆ ທີ່ລັດປະກາດໃຊ້, ໂດຍສະເພາະບັນດາກົດໝາຍທີ່ກ່ຽວຂ້ອງກັບວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກົດໝາຍຕິດພັນກັບການດຳລົງຊີວິດຂອງພະນັກງານກອງທັບ, ເພື່ອຮັບ ປະກັນໃຫ້ພະນັກງານ-ນັກຮົບ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບກົດໝາຍຫຼາຍຂຶ້ນ, ມີຄວາມຮັບຮູ້ ເເລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດຢ່າງກວ້າງຂວາງເພື່ອໄປໝູນໃຊ້ເຂົ້າໃນວຽກງານຊີ້ນຳ-ນຳພາຢູ່ກົມກອງໃຫ້ຖືກຕ້ອງ, ເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດ, ມີສະຕິເຄົາລົບດ້ານລະບຽບກົດໝາຍ ແລະ ມີລະບຽບວິໃນຢ່າງເຂັ້ມງວດ.
ໂດຍ: ວົງພັນ ດວງບູບຜາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















