ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ຫ້ອງການ​ຊາວ​ໜຸ່ມ​ກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ III ປີ 2025
ເວລາອອກຂ່າວ: 2025-10-15 09:12:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ວັນ​ທີ 13 ຕຸລາ 2025 ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ຈັດ​ຕັ້ງ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ໄຕ​ມາດ IV ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ເລຂາທິການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ຫ້ອງ ການ​ຊາວ​ໜຸ່ມ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ຫ້ອງ ຕະຫຼອດ​ຮອດ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພັນທະ​ຈັກ ດາ​ສະຫວັນ ຮອງ​ຫົວໜ້າ​ພະ​ແນກ ແຜນການ-ສັງ​ລວມ ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ໄຕ​ມາດ IV ປີ 2025 ຂອງ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ. ໃນ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ຫ້ອງ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ນຳພາ-ຊີ້​ນຳ ສຶກ​ສາ​ອົບ​ຮົບ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ມະຕິ, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ, ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັມ​ແຂງ​ໃນ​ທຸກ​ດ້ານ, ປັບປຸງ​ກໍ່ສ້າງ​ພັກ​ຖືກຕ້ອງ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ, ໄດ້​ດຳເນີນ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ແບ່ງ​ປະເພດ​ໜ່ວຍ​ພັກ, ສະມາ​ຊິ​ພັກ ແລະ ສະຫຼຸບ​ສະຖິຕິ​ຂອງ​ໜ່ວຍ​ພັກ ປະຈຳ​ປີ 2025 ສຳເລັດ, ດ້ານ​ວຽກ​ງານ​ວິຊາ​ສະເພາະ ໄດ້​ຈັດ​ຕັ້ງ​ຮັບ​ສ່ອງ​ແສງ​ວຽກ​ງານ​ຊາວ​ໜຸ່ມ​ປະຈຳ​ເດືອນ ເປັນ​ປົກກະຕິ, ນຳພາ​ຄະນະ​ຜູ້​ແທນ​ສົມບູນ​ຂອງ​ຊາວ​ໜຸ່ມ​ກອງທັບ ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ IX ແລະ ນຳພາ​ກ້ອນ​ກຳລັງ​ຊາວ​ໜຸ່ມ​ກອງທັບ ເຂົ້າ​ອວຍພອນ​ຜົນສຳເລັດ​ກອງ​ປະຊຸມ​ດັ່ງກ່າວ, ສົມທົບ​ກັບ​ອົງ​ການຈັດຕັ້ງ​ມະຫາຊົນ​ກອງທັບ ກະກຽມ​ກ້ອນ​ກຳລັງ (ຊາວ​ໜຸ່ມ, ແມ່ຍິງ, ກຳມະບານ) ອວຍພອນ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ສະມາຊິກ​ພັກ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ສຳເລັດ, ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ວັນ​ຄ້າຍ​ວັນ​ເກີດ ປະທານສຸ​ພານຸ​ວົງ ຄົບຮອບ 116 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 48 ປີ, ເຂົ້າ​ຮ່ວມ​ກິດຈະກຳ​ຄະ​ຣາ​ວານ ສົ່ງ​ຮັກ​ໃຫ້​ນ້ອງ ນຳ​ຄະນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ ແລະ ມອນ​ອຸປະກອນ​ການ​ຮຽນ ໃຫ້​ນ້ອງ​ນັກຮຽນ​ຢູ່​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ, ສຳເລັດ​ການ​ເຂົ້າ​ຮ່ວມ​ງານ​ບຸນມະໂຫລານ​ຊາວ​ໜຸ່ມ ແລະ ວາງສະແດງ​ຜະລິດ​ຕະ​ພັນ​ຂອງ​ຊາວ​ໜຸ່ມ ຢູ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ ​ຄຊປປລ ຄົບຮອບ 70 ປີ ແລະ ເຂົ້າ​ຮ່ວມ​ເຝິກອົບຮົມ​ວຽກ​ງານ​ການເມືອງ- ແນວ​ຄິດ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ປະຈຳ​ປີ 2025 ຈຳນວນ 5 ສະຫາຍ, ວຽກ​ງານ​ຂະ​ບວນ​ການ ໄດ້​ຊີ້​ນຳ​ຄະນະ​ຊາວ​ໜຸ່ມ​ກົມ​ກອງ​ຮາກ​ຖານ ຈັດ​ຕັ້ງ​ຂະ​ບວນ​ການ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ບັນດາ​ວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ ໂດຍ​ສະເພາະ​ວັນ​ສ້າງຕັ້ງ​ພັກ ແລະ ວັນ​ສ້າງຕັ້ງ ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ຈັດ​ຕັ້ງ​ເອົາ​ພະນັກງານ-ສະມາຊິກ​ຊາວ​ໜຸ່ມ ຈຳນວນ 22 ກົມ​ກອງ ເຂົ້າ​ຊົມ​ອະນຸສອນ​ສະ ຖານ ປະທານ ສຸພານຸ​ວົງ ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ ຄົບຮອບ 116 ປີ. ນອກຈາກ​ນີ້, ວຽກ​ງານ​ນະໂຍບາຍ, ວຽກ​ງານ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່, ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ສາກົນ ແລະ ວຽກ​ງານ​ອື່ນໆ ທີ່​ປິ່ນ​ອ້ອມ​ໜ້າທີ່​ການເມືອງ​ຂອງ​ຫ້ອງ ກໍ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ ມີ​ຜົນສຳເລັດ​ຕົວ​ຈິງ. ໃນ​ພິທີຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານ​ຊ່ວຍ​ວຽກ​ພາຍ​ໃນ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ພ້ອມ​ທັງ​ມອບ​ໃບ​ຍ້ອງຍໍໃຫ້​ພະນັກງານ-ນັກຮົບ ທີ່​ມີ​ຜົນງານ​ໃນ​ການເຄື່ອນໄຫວປ້ອງ​ກັນ, ສະກັດ​ກັ້ນ ແລະ ຄວບ​ຄຸມ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ຕື່ມ​ອີກ. ໂດຍ: ນາງ ສຸພາ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ