ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ຮັບຮອງ​ເອົາ 10 ບ້ານ ທີ່​ຂຶ້ນ​ກັບ ເມືອງ​ຊະນະ​ຄາມ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2025-10-15 09:15:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 614 | ຄວາມນິຍົມ:



ພິທີປະກາດ​ການ​ຮັບຮອງ​ເອົາ 10 ບ້ານ ທີ່​ຂຶ້ນ​ກັບເມືອງ​ຊະນະ​ຄາມ ແຂວງ​ວຽງ​ຈັນ ຄື: ບ້ານດົງ​ຂ່າ, ບ້ານ​ດອນ​ພຸງ, ບ້ານ​ຫ້ວຍ​ເຕົ່າ, ບ້ານ​ບົວ​ຈະເລີນ, ບ້ານ​ໂພນ​ສະຫວ່າງ, ບ້ານ​ນາ​ດີ, ບ້ານ​ໂພນ​ສະຫວາດ, ບ້ານ​ນາ​ເດື່ອ, ບ້ານ​ໂພນ​ງາມ ແລະ ບ້ານ​ນາ​ສົມບູນ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເຊິ່ງ​ເປັນ​ບ້ານ​ທີ 14-23 ຂອງ​ເມືອງ​ຊະນະ​ຄາມ, ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ຫົວ ໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ ສະຫາຍ ແກ້ວ ພິມ​ມະ​ວົງ ເຈົ້າເມືອງ ເມືອງ​ຊະນະ​ຄາມ, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດອຳນາດ​ການ​ປົກຄອງ 10 ບ້ານ ເຂົ້າ​ຮ່ວມ. ສະຫາຍ ບ່ວຍ ຈັນທະ​ກັນສອນ ເລຂາ​ພັກ​ບ້ານ ນາຍບ້ານ ບ້ານ​ດົງ​ຂ່າ ໄດ້​ຕາງໜ້າ​ໃຫ້ 10 ບ້ານ ຜ່ານ​ບົດ​ສະຫຼຸບການຈັດຕັ້ງປະຕິ ບັດປະ​ເມີນ​ຜົນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ຕັ້ງໜ້າ ເປັນຕົ້ນ​ແມ່ນໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ດ້ວຍ​ການ​ນຳ​ເອົາ​ມະຕິ​ຄຳ​ສັ່ງ​ຕ່າງໆຂອງ​ພັກ, ກົດໝາຍ​ຂອງ​ລັດ ມາ​ຈັດ​ຕັ້ງເຜີຍ ແຜ່​ໃຫ້​ພໍ່​ແມ່​ປະຊາຊົນ​ເຂົ້າໃຈ ແຈ້ງ​ຕໍ່​ແນວທາງ​ນະໂຍບາຍຂອງ ​ພັກ ແລະ ເອກະສານ​ອື່ນໆ ເພື່ອ​ໃຫ້​ເຂົາເຈົ້າ​ຮັບ​ຮູ້​ເຊື່ອມ​ຊຶມ​ຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນມີ​ຄວາມ​ສະດຸ້ງ​ໄວ, ຕື່ນ​ຕົວ​ປະກອບ ສ່ວນ​ເຂົ້າ​ໃນວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຢ່າງ​ຕັ້ງໜ້າ ພ້ອມ​ທັງ​ໄດ້​ເປັນ​ເຈົ້າ​ການ ເຮັດ​ໜ້າທີ່​ຕິດຕາມ​ສະ ພາບ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ພາຍ​ໃນ​ບ້ານ ແລະ ຂອບ​ເຂດ​ຂອງ​ຕົນ​ຮັບຜິດຊອບຢ່າງ​ເຂັ້ມ​ງວດ ເພື່ອ​ແກ້​ໄຂ​ໃຫ້​ທັນ​ເວລາ. ໃນ​ຈຳນວນ 10 ບ້ານ ມີ​ພົນລະເມືອງ​ທັງ​ໝົດ 9.760 ຄົນ, ຍິງ 4.805 ຄົນ, ມີ 2.023 ຄອບຄົວ, ມີ 143 ໜ່ວຍ​ສາມັກຄີ, ບ້ານ​ມີ​ລະບົບ​ການຈັດຕັ້ງ​ຄົບ​ຊຸດ, ມີ​ທ່າ ແຮງ​ບົ່ມ​ຊ້ອນ​ຫຼາຍ​ດ້ານທີ່​ເປັນ​ເງື່ອນໄຂ​ຂໍ້​ສະດວກໃນການພັດ ທະນາ​ເສດຖະກິດ-ສັງຄົມ ເຮັດ​ໃຫ້​ບ້ານໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ການ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ເຮັດ​ໃຫ້​ຄອບຄົວຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄປ​ເທື່ອ​ລະ​ກ້າວ, ສາມາດ​ຕີ​ລາຄາ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 84% ໃນ​ຈຳນວນ 73 ຄອບຄົວ. ຈາກ​ຜົນສຳເລັດ​ດັ່ງກ່າວ ສາມາດ​ຮັບ ຮອງ​ເອົາ 10 ບ້ານ ທີ່​ຂຶ້ນ​ກັບ ເມືອງ​ຊະນະ​ຄາມ ເປັນ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຕາມ 6 ມາດຖານຂອງ​ກະຊວງ​ປ້ອງ​ກັນ​ປະເທດວາງ​ອອກ. ໃນ​ພິທີຍັງໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ທ່ານ​ເຈົ້າແຂວງ ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ອະນຸມັດ ຮັບຮອງ​ເອົາ 10 ບ້ານ​ທີ່​ຂຶ້ນ​ກັບ ເມືອງ​ຊະນະ​ຄາມ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ພ້ອມ​ທັງ​ມອບ​ໃບຢັ້ງຢືນໃຫ້​ແກ່ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງຢ່າງ​ສົມ​ກຽດ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ໄດ້​ໂອ້​ລົມ​ຫຼາຍ​ບັນຫາ​ສຳຄັນ ແລະ ໄດ້​ຮຽກຮ້ອງ​ໃຫ້​ແຕ່​ລະພາກສ່ວນ ຕະຫຼອດ​ຮອດອຳນາດ​ການ​ປົກ ຄອງ​ບ້ານ ແລະ ພໍ່​ແມ່​ປະຊາ ຊົນທີ່​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ ​ເຂັ້ມແຂງໃນ​ຄັ້ງ​ນີ້, ຕ້ອງ​ເປັນ​ເຈົ້າ​ການ​ສືບຕໍ່​ປະກອບສ່ວນ​ເຂົ້າ​ຮ່ວມການເຄື່ອນໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ, ປົກ​ປັກ​ຮັກສາ​ບ້ານ​ຊ່ອງ​ຂອງ​ຕົນໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ປັບປຸງ​ຕາ​ນ່າງ​ກອງ​ຫຼອນ​ຂັ້ນ​ບ້ານໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ຮູ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ສິດ ແລະ ໜ້າທີ່​ຂອງ​ຕົນ, ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ຂັ້ນ​ເທິງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ໃນ​ເວລາ​ມີ​ສະພາບ​ການຕ້ອງ​ແກ້​ໄຂ​ໃຫ້​ທັນ​ເວລາ, ເພື່ອ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ ທໍ້​ຕ່າງໆ, ໜໍ່​ແໜງ​ທີ່​ຈະ​ກໍ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ຢູ່​ທ້ອງຖິ່ນ​ຂອງ​ຕົນ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ເລ​ມ໋ອນ ສຸວັນນະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ