ກອງປະຊຸມ ສໍາມະນາ ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ
ເວລາອອກຂ່າວ: 2025-10-15 15:49:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 916 | ຄວາມນິຍົມ: ![]()
ກອງປະຊຸມສໍາມະນາຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໄດ້ຈັດຂຶ້ນວັນທີ 15 ຕຸລາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ກ່າວວ່າ: ການປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແມ່ນນອນຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງກະຊວງປ້ອງກັນປະເທດ ແລະ ຈະນໍາເຂົ້າຜ່ານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 07/ສພຊ, ລົງວັນທີ 22 ຕຸລາ 2004 ແມ່ນເປັນສະບັບທໍາອິດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ V ແລະ ປະກາດໃຊ້ຢ່າງເປັນທາງການ ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 69/ສປປ, ລົງວັນທີ 15 ພະຈິກ 2004 ເຊິ່ງປະກອບມີ 7 ໝວດ, 33 ມາດຕາ (ບໍ່ມີພາກ) ໄດ້ຖືກຈັດຕັ້ງປະຕິບັດມາ ເປັນເວລາ 14 ປີ ແລະ ມາເຖິງປີ 2018 ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊົນລາວ ໄດ້ມີການປັບປຸງເປັນຄັ້ງທໍາອິດ ເຊິ່ງຮັບຮອງເອົາຕາມມະຕິຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ສະບັບເລກທີ 084/ສພຊ, ລົງວັນທີ 14 ມິຖຸນາ 2018 ແລະ ປະກາດໃຊ້ຢ່າງເປັນທາງການຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 202/ປປທ, ລົງວັນທີ 31 ກໍລະກົດ 2018, ເຊິ່ງປະກອບມີ V ພາກ, 8 ໝວດ, 50 ມາດຕາ, ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເປັນເວລາ 7 ປີ ເຫັນວ່າກົດໝາຍສະບັບນີ້ ແມ່ນເປັນພື້ນຖານ ແລະ ເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກງານຂອງນາຍທະຫານກອງທັບປະຊາຊົນລາວ ໂດຍສະເພາະແມ່ນການກໍານົດມາດຖານ ແລະ ເງື່ອນໄຂ, ການປະດັບຊັ້ນ ແລະ ທຽບຊັ້ນ, ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ, ການຕິດຕາມ-ກວດກາ ແລະ ການປະຕິບັດນະໂຍບາຍຕ່າງໆ ຂອງນາຍທະຫານກອງທັບປະຊາຊົນລາວ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຄວາມສະດວກ, ສະບາຍຕະຫຼອດມາ. ຄຽງຄູ່ກັບດ້ານດີ ກໍຍັງເຫັນໄດ້ວ່າມີບາງເນື້ອໃນ ທີ່ຍັງຕ້ອງໄດ້ປັບປຸງແກ້ໄຂ ເຊິ່ງຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເຫັນວ່ານາຍທະຫານຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈເປັນເອກະພາບ, ບໍ່ກໍາແໜ້ນກ່ຽວກັບ ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ພັນທະ, ຄວາມຜິດຊອບຂອງນາຍທະຫານ ຈຶ່ງເຮັດໃຫ້ຂອດການຈັດຕັ້ງປະຕິບັດຕົວຈິງຢູ່ບັນດາກົມກອງກໍາລັງຫຼວງ, ກໍາລັງທ້ອງຖິິ່ນ ຍັງບໍ່ທັນເຂັ້ມງວດ, ສອດຄ່ອງ ແລະ ເປັນເອກະພາບກັນໃນທົ່ວກອງທັບ, ການກໍານົດເນື້ອໃນບາງມາດຕະຂອງກົດໝາຍ ຍັງບໍ່ທັນຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ຍັງມີຊ່ອງວ່າງ ເປັນສາເຫດເຮັດໃຫ້ມີການຕີຄວາມໝາຍໄດ້ຫຼາຍແງ່. ສະນັ້ນ, ກະຊວງປ້ອງກັນປະເທດ ຈຶ່ງເຫັນດີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ເພື່ອໃຫ້ເຮັດໃຫ້ກົດໝາຍມີເນື້ອຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ຈາກນັ້ນຜູ້ແທນກອງປະຊຸມ ໄດ້ປະກອບຄໍາຄິດເຫັນ ຢ່າງມີສີສັນ, ເລິກເຊິ່ງ, ກວ້າງຂວາງ ເພື່ອເຮັດໃຫ້ເນື້ອໃນຮ່າງກົດໝາຍສະບັບດັ່ງກ່າວ ສໍາເລັດໂດຍພື້ນຖານ.
ໂດຍ: ຮອ ນາງ ລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















