ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ປິດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ປະຈໍາປີ 2025
ເວລາອອກຂ່າວ: 2025-10-15 16:09:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 923 | ຄວາມນິຍົມ:



ວັນທີ 15 ຕຸລາ 2025 ນີ້, ຢູ່ ສະໜາມເຝິກຊ້ອມອ່າງນໍ້າຫຸມ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກາປູເຈຍ ໄດ້ຈັດຕັ້ງພິທີ ປິດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025 ໂດຍການຮັບກຽດເປັນເຈົ້າພາບ ຂອງກອງທັບປະຊາຊົນລາວ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາແຂກການນໍາພັກ-ລັດ, ບັນດາອົງການ, ກະຊວງ, ກົມ, ກອງ, ອົງການປົກຄອງທ້ອງຖິ່ນ, ນັກການທູດປະເທດ ກຳປູເຈຍ, ຫວຽດນາມ ປະຈໍາ ສປປ ລາວ ແລະ ນັກເຝິກຊ້ອມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຄະນະຊີ້ນໍາການເຝິກຊ້ອມພາກສະໜາມ ໄດ້ລາຍງານຄວາມມຸ່ງປະສົງ ຂອງການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລະຫວ່າງ ກອງທັບຣາຊະອະນາຈັກກຳປູເຈຍ, ກອງທັບປະຊາຊົນລາວ, ກອງທັບປະຊາຊົນຫວຽດນາມ ທີ່ ກອງທັບປະຊາຊົນລາວ ເປັນເຈົ້າພາບ ປະຈໍາປີ 2025 ໃນຫົວບົດເຝິກຊ້ອມ: ຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄຟນໍ້າຖ້ວມ, ພູດິນເຈືອນທັບຖົມ. ເພື່ອເປັນການຮັດແໜ້ນຄວາມສາມັກຄີ ການພົວພັນຮ່ວມມືທາງດ້ານການທະຫານ, ວຽກງານມະນຸດສະທໍາ ລະຫວ່າງ 3 ກອງທັບ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກຍິ່ງໆ ຂຶ້ນ, ເພື່ອເຝິກຊ້ອມພະນັກງານ-ນັກຮົບ 3 ກອງທັບ ໃຫ້ມີຄວາມທົນທານໝັ້ນໜຽວ, ມີພິກໄຫວໃນການປະຕິບັດໜ້າທີ່, ຫາກມີສະພາບໄພພິບັດເກີດຂຶ້ນໃນສະເພາະໜ້າ ແລະ ອະນາຄົດ. ຄາດໝາຍ ຜູ້ບັນຊາ, ກໍາລັງທີ່ເຂົ້າຮ່ວມໃນການເຝິກຊ້ອມຂອງແຕ່ລະກອງທັບ, ແຕ່ລະສະຫາຍ ຕ້ອງກໍາແໜ້ນເນື້ອໃນ ລໍາດັບບາດກ້າວໃນການເຝິກຊ້ອມຄັ້ງນີ້ໃຫ້ແໜ້ນ, ໃນເວລາປະຕິບັດການເຝິກຊ້ອມ ຕ້ອງປະສານສົມທົບແໜ້ນບັນດາກໍາລັງທີ່ເຮັດໜ້າທີ່ຮ່ວມກັນ, ຮູ້ນໍາໃຊ້ເຄື່ອງມືຮ່ວມກັນໃຫ້ມີຄວາມຊໍານິຊໍານານ ແລະ ເຮັດໜ້າທີ່ຮ່ວມກັນໄດ້ຢ່າງກົມກຽວ. ຈາກນັ້ນ, ຄະນະຜູ້ແທນ ໄດ້ຕິດຕາມຊົມ-ສັງເກດການ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ທາງນໍ້າ 4 ກໍລະນີ ແລະ ທາງບົກ 4 ກໍລະນີ ຂອງ 3 ກອງທັບ ເຊິ່ງຕິດຕາມສັງເກດການຊອກຄົ້ນ-ກອບກູ້, ຊ່ວຍເຫຼືອຜູ້ປະສົບໄພພິບັດທາງນໍ້າ ແລະ ທາງບົກ ໂດຍຕົງ ຜ່ານໜ້າຈໍ LED ແລະ ໜ້າຈໍຕັ້ງຢູ່ດ້ານໜ້າພິທີ. ໂອກາດນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025 ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຜົນງານ ແລະ ຜົນສໍາເລັດ ທີ່ທຸກພາກສ່ວນ ໄດ້ມີຄວາມພະຍາຍາມຮ່ວມກັນໃນຕະຫຼອດເວລາຫຼາຍວັນທີ່ຜ່ານມາ. ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ໃນຄັ້ງນີ້ ເປັນຄັ້ງທີ 4 ແລະ ເປັນຄັ້ງທີ 2 ທີ່ກອງທັບປະຊາຊົນລາວ ໄດ້ເປັນເຈົ້າພາບ, ຂ້າພະເຈົ້າເຊື່ອໝັ້ນວ່າ ການເຝິກຊ້ອມຮ່ວມດັ່ງກ່າວນີ້ ຈະມີຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ 3 ຊາດ, 3 ກອງທັບ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເມື່ອມີໄພພິບັດເກີດຂຶ້ນ. ນອກຈາກນີ້, ການເຝິກຊ້ອມກອບກູ້ໄພພິບັດຮ່ວມ ຂອງ 3 ກອງທັບ ຍັງເປັນໂອກາດດີໃຫ້ພະນັກງານ-ນັກຮົບ ຂອງ 3 ກອງທັບ ໄດ້ມີໂອກາດພົບປະລຶ້ງເຄີຍເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ, ເປັນການແລກປ່ຽນບົດຮຽນ, ປະສົບການດ້ານວິຊາສະເພາະຮ່ວມກັນ. ທີ່ສໍາຄັນອີກອັນໜຶ່ງ ຂອງການເຝິກຊ້ອມຮ່ວມໃນຄັ້ງນີ້ ກໍາລັງ 3 ກອງທັບ ສາມາດຮັບປະກັນໄດ້ຄວາມປອດໄພຮອບດ້ານ. ທັງໝົດນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຈິງໃຈຂອງທຸກພາກສ່ວນ ທີ່ພ້ອມກັນບຸກບືນຕັ້ງໜ້າປະຕິບັດໜ້າທີ່ ຜ່ານຜ່າທຸກອຸປະສັກຄວາມຫຍຸ້ງຍາກຕ່າງໆ ຢ່າງບໍ່ຮູ້ອິດ ຮູ້ເມື່ອຍ. ໃນໂອກາດທີ່ມີຄວາມສໍາຄັນນີ້, ຂໍສະແດງຄວາມຂອບໃຈ ມາຍັງກອງທັບປະຊາຊົນຫວຽດນາມ ແລະ ກອງທັບຣາຊະອານາຈັກກໍາປູເຈຍ ທີ່ໄດ້ຕັດສິນໃຈສູງ ຈັດສົ່ງກຳລັງພ້ອມພາຫະນະ ແລະ ອຸປະກອນ ມາເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້, ເຊື່ອໝັ້ນວ່າ ບົດຮຽນທີ່ໄດ້ຈາກການເຝິກຊ້ອມຄັ້ງນີ້ແຕ່ລະຝ່າຍຈະນໍາໄປໝູນໃຊ້, ດັດແປງເຂົ້າໃນວຽກງານການຊ່ວຍເຫຼືອປະຊາຊົນ ຂອງແຕ່ລະປະເທດຕາມສະພາບຄວາມເປັນຈິງໃນແຕ່ລະກໍລະນີ, ແຕ່ລະພື້ນທີ່ ໃນເມື່ອມີໄພພິບັດເກີດຂຶ້ນໃຫ້ໄດ້ຮັບຜົນສູງ ແລະ ມີຜົນສໍາເລັດຢ່າງຈົບງາມ. ພ້ອມທັງ ອອຍພອນແດ່ສາຍພົວພັນມິດຕະພາບ ລະຫວ່າງ 3 ຊາດ, 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຂື້ນເລື້ອຍໆ ແລະ ກ່າວປິດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ປະຈໍາປີ 2025 ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບ ຢ່າງເປັນທາງການ. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ