ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ຫົວໜ້າຫ້ອງການເມືອງ ກອງພົນທີ 5 ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ ຢູ່ສູນ​ເຝິກອົບຮົມ ກອງ​ພົນ​ທີ 5
ເວລາອອກຂ່າວ: 2025-10-16 09:11:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 463 | ຄວາມນິຍົມ:



ໃນ​ວັນ​ທີ 14 ຕຸລາ 2025, ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ຫົວໜ້າ​ຫ້ອງ​ການ ເມືອງ​ກອງ​ພົນ​ທີ 5 ໄດ້​​ພົບ​ປະ​ໂອ​ລົມ​ພະນັກງານ​ຫຼັກ​ແຫຼ່ງ, ຢູ່​ທີ່​ສູນ​ເຝິກອົບຮົມ ກອງ​ພົນ​ທີ 5, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສຸກ​ສາ​ກອນ ສິນ​ສະໝຸດ ຫົວໜ້າ​ການເມືອງ ສູນ​ເຝິກ​ກອງ​ພົນ​ທີ 5, ມີ​ຄະນະ​ພັກ-ຄະ ນະ​ບັນຊາ ພະແນກການ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່ ຄະນະ​ພັກ-ຄະນະ​ບັນຊາ​ສູນ​ເຝິກ ທີ່​ສ້າງ​ມາ​ໄດ້​ໃນ​ຫຼາຍໆ​ດ້ານ​ຕະຫຼອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ໄດ້​ເນັ້ນ​ໜັກ​ໃຫ້ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ ພະນັກງານ​ຫຼັກ​ແຫຼ່ງ ຕ້ອງ​ພ້ອມ​ກັນ​ຍົກ​ສູງ​ຄຸນ​ທາດ​ການ ເມືອງ​ໃຫ້​ໜັກ​ແໜ້ນ, ເອົາໃຈໃສ່​ປະຕິບັດ​ບັນດາ​ຂໍ້​ກຳນົດ-ກົດ​ລະບຽບ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ຮູ້ຄວາມ​ສາມາດ ສຸມ​ສະຕິ​ເຫື່ອ​ແຮງ, ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນຄວ້າ ປັບປຸງ​ຫຼັກສູດ​ການ​ຮຽນ-ການ​ສອນ ໃຫ້​ມີ​ປະ​ສີດ​ທິ​ພາບ​ສູງ, ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ນັກຮຽນ​ມີ​ຄຸນ​ນະ​ພາບ, ສາມາດ​ເກັບ​ກຳ​ເອົາ​ບັນດາ​ບົດຮຽນ​ຈາກ​ຄູ-ອາຈານ ນຳໄປ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ຢູ່​ກົມ​ກອງ​ໃຫ້​ເກີດ​ດອກ​ອອກ​ຜົນ. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ