ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ກອງພັນ​ໃຫຍ່ 644 ເປີດ​ຂະ​ບວນ​ການ ​ແຂ່ງຂັນ​ກິລາມວນ​ຊົນ ປະຈຳ​ປີ 2025
ເວລາອອກຂ່າວ: 2025-10-16 09:15:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ:



ພິທີເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ, ກິລາ​ການ​ທະຫານ ປະຈຳ​ປີ 2025 ຢູ່​ກອງພັນ​ໃຫຍ່ 644 ໄດ້​ຈັດ​ຂື້ນ ວັນ​ທີ 10 ຕຸລາ 2025 ນີ້, ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ ​ເວົ້າ​ສະເພາະ ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ, ວັນ​ຄ້າຍ​ວັນ​ເກີດ​ ປະທານ ໄກສອນ ພົມວິຫານ​ຄົບຮອບ 105 ປີ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ທີ່​ຈະ​ມາ​ເຖິ​​ິງ​ນີ້ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ຄຳ​ຕັ້ງ ມຸກ​ສະຫວັນ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 644 ພ້ອມ​ຄະນະ, ມີ​ບັນດາ ສະຫາຍ ຄະນະ​ພັ- ຄະນະ​ບັນຊາ ພະແນກການ, ກອງພັນ, ກອງຮ້ອຍ , ຄະນະ​ຮັບຜິດຊອບ, ອາ​ນຸ​ກຳມະການ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ແລະ ນັກ​ກິລາທົ່ວ​ກອງພັນ​ໃຫຍ່ 644 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ໃສ ແກ້ວ​ວິໄລ ຄະນະ​ພັກ ກອງພັນ​ໃຫຍ່ 644, ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ-ແຜນ​ການຈັດຕັ້ງ ແຂ່ງຂັນ​ກິລາ​ມວນ​ຊົນ, ກິລາ​ການ​ທະຫານ ປະຈຳ​ປີ 2025 ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ວັນ​ປະຫວັດສາດ ສຳຄັນ​ຕາ່ງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເຊິ່ງ​ປະກອບ​ມີ: ກິລາ​ບານເຕະ, ກິລາ​ບານສົ່ງ, ກິລາ​ກະຕໍ້​ຫວາຍ, ກິລາ​ເປ​ຕັງ ແລະ ກິລາ​ການ​ທະຫານ, ສ່ວນ​ເວລາ​ການ​ແຂ່ງຂັນ ແມ່ນ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 10 ຕຸລາ 2025 ຈົນ​ກວ່າ​ຈະ​ສຳເລັດຕາມ​ແຜນການ, ທັງ​ນີ້ກໍ​ເພື່ອ​ສ້າງ​ໃຫ້​ກົມ​ກອງ​ມີ​ບັນຍາ ກາດ​ເບີກບານ​ມ່ວນຊື່ນ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ ຄະນະ​ພັກ-ຄະນະ​ບັນຊາ​ພະນັກ ງານ-ນັກຮົບ ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ມີ​ສຸຂະພາບ​ຮ່າງກາຍ​ທີ່​ສົມບູນ​ແຂງແຮງ ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ໄດ້​ຮັບ​ມອບ​ໝາຍ. ໂດຍ: ບຸນ​ຫຼາຍ ໄຊ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ