ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ຈັດ​ຕັ້ງ​ກວດກາ​ການ​ຄຸ້ມ​ຄອງ​ກຳລັງ​ພົນ
ເວລາອອກຂ່າວ: 2025-10-16 09:17:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ:



ວັນ​ທີ 9 ຕຸລາ 2025 ນີ້, ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງຈັດ​ຕັ້ງ​ກວດກາ​ການ​ຄຸ້ມ​ຄອງ​ກຳລັງ​ພົນ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວິນ​ທອງ ໄຊ​ຍະ​ວົງ ຮອງ​ຫົວໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ, ພ້ອມ​ດ້ວຍ​ຄະນະ​ສະເພາະ​ກິດ, ມີ​ສະຫາຍ ພັນ​ເອກ ສອນ​ວິໄລ ປັນຍາ​ສິດ ອຳນວຍ​ການ​ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງພ້ອມ​ຄະນະ ແລະ ພະນັກງານ-ນັກຮົບ ທົ່ວ​ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ພິດ​ສະຫວັນ ພໍ​ພິ​ໄທ ຮອງ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຂຶ້ນ​ຜ່ານ​ແຈ້ງ​ການ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເລື່ອງ​ໃຫ້​ຈັດ​ຕັ້ງ​ກວດກາ​ການ​ຄຸ້ມ​ຄອງ​ກຳລັງ​ພົນ​ໃນ​ອົງການ ແລະ ກົມ​ກອງ​ທີ່​ຂື້ນ​ກັບ​ຕົນ ແລະ ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເຕັກນິກ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ສະເພາະ​ກິດ​ກວດກາ​ການ​ຄຸ້ມ​ຄອງ​ກຳລັງ​ພົນ ໃນ​ທົ່ວ​ອົງການ​ກົມ​ໃຫຍ່​ເຕັກນິກ​ກອງທັບ ແລະ ກົມ​ກອງ​ຂຶ້ນ​ກັບ ພ້ອມ​ທັງ​ອະທິບາຍ​ຂັ້ນ​ຕອນ​ຂອງ​ການຈັດຕັ້ງ​ດຳເນີນ​ການ​ປະຕິບັດ, ກວດກາ​ຄືນ ຊັ້ນ, ຊື່ ແລະ ນາມສະກຸນ, ວັນ​ເດືອນ​ປີ​ເກີດ, ວັນ​ເດືອນ​ປີ​ເຂົ້າ​ການ​ປະຕິວັດ, ວັນ​ເດືອນ​ປີ​ການ​ເລື່ອນ​ຊັ້ນ, ຕຳແໜ່ງ​ງານ​ຕ່າງໆ ໂດຍ​ການ​ສົມ​ທຽບ​ກັບ​ບັດ​ຢັ້ງຢືນ​ຊັ້ນ, ບັດປະຈຳຕົວ, ບັດ​ປະກັນ​ສັງຄົມ ແລະ ປຶ້ມ​ສຳມະໂນ​ຄົວຂອງ​ພະນັກງານ- ນັກຮົບ ເພື່ອ​ໃຫ້​ຖືກຕ້ອງ ແລະ ກົງ​ກັບ​ບັນຊີ​ລາຍ​ຊື່​ພະນັກງານ ໃນ​ບັນດາ​ຫົວໜ່ວຍ​ກົມ​ກອງ ຮັບປະກັນ​ເຮັດ​ໃຫ້​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່ມີ​ຄວາມ​ໂປ່ງ​ໃສ. ໂດຍ: ຄຳ​ສຸກ ວິໄລ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ