ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ເປີດເຝິກອົບຮົມການຂັບຂີ່ ແລະ ນຳໃຊ້ລົດ ຈາກ ສ ຣັດເຊຍ ຢູ່ກອງພັນສ້ອມແປງເຄື່ອນທີ ເລກ 1
ເວລາອອກຂ່າວ: 2025-10-16 16:04:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 777 | ຄວາມນິຍົມ:



ວັນທີ 16 ຕຸລາ 2025 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ຈັດພິທີ ເປີດເຝິກອົບຮົມການຂັບຂີ່ ແລະ ນຳໃຊ້ ລົດດັບເພີງ БМП1, ລົດແພດ БМП1, ລົດເຄນອູຣານ, ລົດກູ້ແກ່ພາຫະນະ, ລົດກູ້ແກ່ຄົນ ຈາກ ສ ຣັດເຊຍ ຢູ່ກອງພັນສ້ອມແປງເຄື່ອນທີ ເລກ 1, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ມາຍຸກສ ຮອງຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສຣັດເຊຍ ປະຈຳ ສປປ ລາວ, ສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ, ມີຄະນະກົມ, ຫ້ອງການ, ບັນດາພະແນກການ ຕະຫຼອດຮອດພະນັກງານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ວິໄລວອນ ບຸນທະວົງ ຮອງຫົວໜ້າກົມເສນາເຕັກນິກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ນັກຮົບ ເຂົ້າເຝິກອົບຮົມໄລຍະສັ້ນ 15 ວັນ ວຽກງານການຂັບຂີ່ ແລະ ນຳໃຊ້ລົດດັບເພີງ БМП1, ລົດແພດ БМП1, ລົດເຄນອູຣານ, ລົດກູ້ແກ່ພາຫະນະ, ລົດກູ້ແກ່ຄົນ ຈາກ ສ ຣັດເຊຍ ຢູ່ກອງພັນສ້ອມແປງເຄື່ອນທີ ເລກ 1. ຈາກນັ້ນ, ສະຫາຍ ພັນໂທ ບຸນເພັງ ອິນທະວົງ ຫົວໜ້າພະແນກສັງລວມ ກົມເຕັກນິກເຫຼົ່າຮົບ ໄດ້ຜ່ານແຜນການເຝິກອົບຮົມ ໄລຍະສັ້ນ 15 ວັນ, ຈຸດປະສົງ ເພື່ອເຮັດໃຫ້ພະນັກງານທີ່ເຮັດວຽກກ່ຽວກັບໂຊເຟີລົດ ປະຈຳຢູ່ກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເລກ 2 ໄດ້ສຳພັດກັບລົດຊະນິດໃໝ່, ຮູ້ຂັບຂີ່, ຮູ້ນຳໃຊ້ລົດຢ່າງຄ່ອງແຄ່ວ, ນັກເຝິກອົບຮົມ ຕ້ອງກຳແໜ້ນທາງດ້ານທິດສະດີ, ຕົວຈິງ ລວມໄປເຖິງຂັ້ນຕອນການນຳໃຊ້, ບົວລະບັດ-ສ້ອມແປງເຮັດວຽກວິຊາສະເພາະຢ່າງເຕັມລະບົບຄົບຊຸດ, ສາມາດແກ້ໄຂອາການຕິດຄັດ ເປ່ເພຕົວຈິງ ຂອງແຕ່ລະຊະນິດລົດ, ພ້ອມທັງຮັບປະກັນທາງດ້ານຄວາມປອດໄພໄດ້ 100%, ລົດທີ່ນຳໃຊ້ເຂົ້າໃນການເຝິກອົບຮົມປະກອບ ມີ 5 ຊະນິດລົດ, ການເຝິກໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ປະຕິບັດຕົວຈິງ ໃນໄລຍະສັ້ນ 15 ວັນ (ລວມ 105 ຊົ່ວໂມງ) ຈຶ່ງຈະສຳເລັດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ຮຽກຮ້ອງໃຫ້ນັກເຝິກອົບຮົມທຸກສະຫາຍເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ ກຳແໜ້ນທາງດ້ານທິດສະດີ, ລະບຽບການຂັ້ນຕອນຂອງການນຳໃຊ້ບົວລະບັດສ້ອມແປງ ເຮັດວຽກວິຊາສະເພາະເຕັກນິກເປັນລະບົບຄົບຊຸດ, ພ້ອມທັງຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ ຣັດເຊຍ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕາມແຕ່ລະເງື່ອນໄຂ ແລະ ແຕ່ລະໜ້າວຽກຕົວຈິງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ພ້ອມທັງຮັດແໜ້ນຄວາມສາມັກຄີໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ເຮັດໃຫ້ການເຝິກອົບຮົມຄັ້ງນີ້ ສຳເລັດຕາມແຜນການ ແລະ ມີຄຸນນະພາບສູງສຸດ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ