ສະຫະພັນແມ່ຍິງ ກອງພັນ 415 ທະຫານແຂວງຫຼວງພະບາງ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025
ເວລາອອກຂ່າວ: 2025-10-17 08:54:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1540 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025 ຂອງໜ່ວຍສະຫະພັນແມ່ຍິງ ກອງພັນ 415 ກອງບັນ ຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວິສອນ ດວງມະນີ ຮອງຫົວໜ້າການ ເມືອງ ກອງພັນ 415, ມີ ສະຫາຍ ພັນຕີ ນາງ ສີສະຫງວນ ທຳມະວົງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກອງພັນ 415, ມີຜູ້ຕາງໜ້າຈາກ 4 ກອງຮ້ອຍ, 1 ໝວດສຳນັກງານ ຕະຫຼອດຮອດ ສະມາຊິກສະຫະ ພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ສີສະຫງວນ ທຳມະວົງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 205 ໃຫ້ຮູ້ວ່າ: ໜ່ວຍສະຫະພັນແມ່ຍິງ ກອງພັນ 415 ສາມາດສະຫຼຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດຂໍ້
ແຂ່ງຂັນ 3 ດີ ສາມາດຄັດເລືອກບຸກຄົນ 3 ດີໄດ້ທັງໝົດ 26 ສະຫາຍ ກວມເອົາ 100%. ໂອກາດດຽວກັນນີ້, ສະຫາຍ ພັນຕີ ນາງ ວັນຄຳ ວິໄລຈິດ ຄະນະໜ່ວຍສະຫະພັນແມ່ຍິງ ກອງພັນ 415 ກໍໄດ້ຜ່ານ ຂໍ້ຕົກລົງ ຂອງສະຫະພັນແມ່ຍິງແຂວງຫຼວງພະບາງ ວ່າດ້ວຍການມອບໃບຍ້ອງຍໍ 3 ດີໃຫ້ສະມາຊິກສະຫະພັນແມ່ຍິງ ຢູ່ກອງ ພັນ 415 ຈຳນວນ 26 ສະຫາຍ, ພ້ອມທັງຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຈຸ, ຮອງຫົວໜ້າຈຸສະຫະພັນແມ່ຍິງຂອງກອງພັນ 415 ຕື່ມອີກ. ສະຫາຍ ພັນໂທ ວິສອນ ດວງມະນີ ໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ຮັກສາຄຸນຫຼັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຖັນແຖວແມ່ຍິງ ແລະ ຄອບຄົວ, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ, ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















